ຈີນ​ສະ​ແດງ​ຄວາ​ມຊົມ​ເຊີຍ​ຕໍ່​ລັດ​ຖະບານຊີຣີທີ່​ໄດ້​ຍື່ນບັນຊີ​ລາຍ​ຊື່ທີ່​ກ່ຽວຂ້ອງແກ່​ອົງການ​ຫ້າມ​​ໃຊ້ອາວຸດ​​ເຄ​ມີ

(GMT+08:00) 2013-09-24 10:57:49     cri

ວັນ​ທີ 23 ກັນຍາ​ນີ້, ​ທ່ານ​ຫົງ​​ເຫລີ​ຍ, ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ການ​ທີ່ລັດ​ຖະບານຊີຣີທີ່​ໄດ້​ຍື່ນບັນຊີ​ລາຍ​ຊື່ອາວຸດ​ເຄມີ​ແກ່​ອົງການ​ຫ້າມ​ໃຊ້​ອາວຸດ​​ເຄ​ມີ ​ເປັນ​ມາດ​ຕະການ​ຕັ້ງໜ້າ​ອີກ​ຢ່າງ​ໜຶ່ງ​ນັບ​ແຕ່ຊີຣີປະກາດ​ເຂົ້າ​ຮ່ວມ​ສົນທິສັນຍາ​ວ່າ​ດ້ວຍ​ການ​ຫ້າມໃຊ້ ອາວຸດ​​ເຄ​ມີ, ຈີນ​ສະ​ແດງຄວາ​ມຊົມ​ເຊີຍຕໍ່​​ເລື່ອງ​ນີ້.

ໃນ​ກ​ອງປະຊຸ​ມຂ່າວ​ສາມັນ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ, ມີ​ນັກ​ຂ່າວ​ຖາມ​ວ່າ, ວັນ​ທີ 21 ກັນຍາ​ນີ້, ອົງການ​ຫ້າມ​ອາວຸດ​​ເຄ​ມີກ່າວ​ວ່າ​ ​​ລັດ​ຖະບານຊີຣີໄດ້​ຍື່ນ​ບັນຊີ​ລາຍ​ຊື່ອາວຸດ​ເຄມີ​ທັງ​ໝົດ, ຈີນ​ມີ​ການ​ວິຈານ​ແນວ​ໃດ​ຕໍ່​​​ເລື່ອງ​ນີ້? ຈີນ​ຈະ​ອໍາ​ນວຍ​ການສະ​ສະໜັບສະໜູນ​ແລະ​ຄວາມ​ຊ່ວຍ​ເຫລືອ​ແນວ​ໃດ​ແດ່​​ໃຫ້​ແກ່ວຽກງານ​ລົບລ້າງ​ອາວຸດ​​ເຄ​ມີ​ຂອງຊີ​ຣີ​ຂອງ​ອົງການ​ຫ້າມໃຊ້​ອາວຸດ​​ເຄ​ມີ?

ທ່ານ​ຫົງ​​ເຫລີ​ຍກ່າວ​ວ່າ, ​ໃນ​ຖານະ​ທີ່​ເປັນ​ສະມາຊິກ​ທີ່​ສໍາຄັນ​ຂອງອົງການ​ຫ້າມ​ໃຊ້ອາວຸດ​​ເຄ​ມີ, ຈີນ​ໄດ້​ສະໜັບສະໜູນ​ວຽກ​ງານ​ຂອງ​ອົງການ​ຫ້າມໃຊ້​ອາວຸດ​​ເຄ​ມີຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ​ແລະ​​ໄດ້ອໍາ​ນວຍຄວາມ​ສະ​ດວກ​ດ້ານ​ບຸກຄະລາ​ກອນ​ໃຫ້​ແກ່​ອົງການ​ນີ້ ​​ໂດຍ​ສະ​ເພາະ​ແມ່ນ​ພະນັກງານ​ສືບສວນ​​ແລະ​ກວດກາ​ອາວຸດ​ເຄມີ. ຕໍ່​ວຽກງານ​ລົບລ້າງອາວຸດ​​ເຄ​ມີ​ຂອງຊີ​ຣີ​, ຈີນ​ຈະສະໜັບສະໜູນ​ວຽກ​ງານ​ຂອງ​ອົງການ​ຫ້າມ​ໃຊ້ອາວຸດ​​ເຄ​ມີຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ລວມທັງ​ສົ່ງ​ຊ່ຽວ​ຊານ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫ​ວທີ່​ກ່ຽວຂ້ອງ​​ໂດຍ​ອີງ​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງ​ການ​ຂອງ​ອົງການ​ດັ່ງກ່າວ.