ນາຍົກລັດຖະມົນຕີ​ຈີນ​ພົບ​ປະ​ກັບ​ປະທານາທິບໍດີ​ເວ​ເນ​ຊູ​ເອລາ ​ແລ​ະກ່າວ​ເນັ້ນ​ວ່າ​ຈະ​ລົງ​ເລິກ​ການ​ພົວພັນ​ຄູ່​ຮ່ວມ​ມືຍຸດ​ທະ​ສາ​ດ​​ເພື່ອ​ຊຸກຍູ້​ການ​ພັດ​ທະນາ​​ຮ່ວມ​ກັນ

(GMT+08:00) 2013-09-24 11:18:48     cri

ຕອນ​ບ່າຍວັນ​ທີ 23 ກັນຍາ​ນີ້, ທ່ານ​ຫລີ​ເຄີ້ສຽງ, ນາຍົກລັດຖະມົນຕີ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານຣິຄາ​ໂດ ມາ​ດູ​​ໂຣ, ປະທານາທິບໍດີ​ເວ​ເນ​ຊູ​ເອລາ ຢູ່ນະຄອນຫລວງ​ປັກ​ກິ່ງ.

​ໃນ​ການ​ພົບ​ປະ ທ່ານ​ຫລີ​ເຄີ້ສຽງກ່າວ​ວ່າ, ຈີນ​ຊົມ​ເຊີຍ​ລັດ​ຖະບານ​ຊຸດ​ໃໝ່​ຂອງເວ​ເນ​ຊູ​ເອລາທີ່​ນໍາ​ໂດຍ​ທ່ານ ປະທານາທິບໍດີທີ່​ໄດ້​ຮັບ​ການເລີ່​ມຕົ້ນ​ທີ່​ດີ​​ໃນ​ດ້ານ​ການ​ພັດ​ທະນາ​ເສ​ດຖະກິດ​ແລະ​ການ​ປັບປຸງ​​ຊີວິດ​ການ​ເປັນ​ຢູ່ຂອງ​ປະຊາຊົນ ​ແລະ​​​ເຊື່ອ​ໝັ້ນ​ວ່າ​ລັດ​ຖະບານ​ແລະ​ປະຊາຊົນເວ​ເນ​ຊູ​ເອລາຈະ​ປະສົບ​ຜົນ​ສໍາ​ເລັດ​​ໃໝ່ຢ່າງ​ບໍ່ຢຸດຢັ້ງ​ໃນ​ພາລະກິດ​ສ້າງສາ​ປະ​ເທດ​ຊາດຂອງ​ຕົນ. ຈີນ​ຍິນ​ດີ​ຮ່ວມ​ກັບເວ​ເນ​ຊູ​ເອລາ, ຊຸກຍູ້​ການ​ພົວພັນ​ແລະ​ການ​ຮ່ວ​ມມື​ທີ່​ຕິດ​ແທດ​ກັບ​ຕົວ​ຈິງ​​ໃນ​ຂົງ​ເຂດ​ຕ່າງໆລະຫວ່າງ​ສອງ​ປະ​ເທດ​ໃຫ້ກ້າວ​ຂຶ້ນ​ສູ່​ລະດັລ​ໃໝ່​ ​ເພື່ອ​ສ້າງ​ຄວາມສຸກ​ໃຫ້​​ແກ່ປະຊາຊົນ​ສອງ​ປະ​ເທດ​ຢ່າງ​ແທ້​ຈິງ. ນອກຈາກ​ນີ້, ທ່ານ​ຫລີ​ເຄີ້ສຽງຍັງ​ໄດ້​ແນະ​ນໍາ​ສະພາບ​ການ​ຫັນປ່ຽນ​ຮູບ​ແບບ​ການ​ເສດຖະກິດ​ຈີນ​ໃຫ້​ທ່ານມາ​ດູ​​ໂຣຊາບ.

ທ່ານມາ​ດູ​​ໂຣກ່າວ​ວ່າ, ເວ​ເນ​ຊູ​ເອລາຍິນ​ດີ​ຮ່ວມ​ກັບ​ຈີນ​ເພື່ອ​ລົງ​ເລິກ​ການ​ພົວພັນຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ທີ່​ສອງ​ປະ​ເທດ​ພັດທະນາ​ຮ່ວມ​ກັນ ​ແລະ​ເຊື່ອ​ໝັ້ນ​ວ່າການ​ຮ່ວມ​ມື​ລະຫວ່າງເວ​ເນ​ຊູ​ເອລາກັບ​ຈີນ​ຈະ​ມີ​ຜົນ​ດີ​ຕໍ່​ການ​ບັນລຸ​ການ​ຫັນປ່ຽນ​ຮູບ​ແບບ​ການ​ພັດ​ທະນາ​ຂອງເວ​ເນ​ຊູ​ເອລາ.