ລັດ​ຖະ​ມົນຕີ​ການ​ຕ່າງປະ​ເທດ​ຈີນກ່າວ​ວ່າ ຈີນ​​ແລະ​ອາ​ຝຼິກາ​ເປັນ​ປະຊາ​ຄົມ​ທີ່​ມີ​ໂຊ​ກຊະ​ຕາ​ຮ່ວມ​ກັນ ຕ້​ອງຮ່ວມ​ມື​ກັນ​ເພື່ອ​ເຮັດ​ໃຫ້​ຄວາມ​ຝັນ​ປາກົດ​​​ເປັນ​ຈິງ

(GMT+08:00) 2013-09-24 16:55:36     cri

ຕອຍບ່າຍ​ວັນ​ທີ 23 ກັນຍາ​ນີ້, ການ​ປຶ​ກສາ​ຫາລື​ດ້ານ​ການ​ເມືອງ​ຄັ້ງ​ທີ 3 ລະຫວ່າງລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ​ກັບບັນ​ດາ​ປະ​ເທ​ດອາ​ຝຼິກາ​​ໄດ້​ຈັດ​ຂຶ້ນ​ຢູ່​ສໍານັກ​ງານ​ໃຫຍ່​ຂອງ​ອົງການ​ສະຫະ​ປະຊາ​ຊາ​ດຢູ່​ນະຄອນ​ນິວຢອກ. ​ໃນ​​ເວລາ​ກ່າວ​ຄໍາ​ປາ​​ໄສ​​ໃນ​ກອງ​ປະຊຸມ​ຄັ້ງ​ນີ້, ທ່ານ​ຫວາງ​ຢີ້, ລັດຖະ​​​ມົນຕີ​ວ່າການ​ກະຊວງ​ການ​ຕ່າງ​ປະ​ເທດຈີນ​ກ່າວ​ວ່າ, ຈີນ​ແລະອາ​ຝຼິກາ​ຕ້​ອງຮ່ວມ​ມື​ກັນ​ເພື່ອ​ເຮັດ​ໃຫ້​ຄວາມ​ຝັນ​ປາກົດ​​​ເປັນ​ຈິງ.

ທ່ານ​ຫວາງ​ຢີ້, ລັດຖະ​​​ມົນຕີ​ວ່າການ​ກະຊວງ​ການ​ຕ່າງ​ປະ​ເທດຈີນ​ແລ​ະທ່ານ​​ເມທ໌ ​ໂຄ​ອານາ-ມາ​ຊາ​ບາ​ເນ, ລັດຖະ​​​ມົນຕີ​ວ່າການ​ກະຊວງ​ການ​ຕ່າງ​ປະ​ເທດອາ​ຝຼິກາ​ໃຕ້​ ​ໄດ້​ຮ່ວມ​ກັນ​​ເປັນ​ປະທານ​ຂອງກ​ອງປະ​ຊູ​ມ​ໃນ​ວັນ​ດຽວ​ກັນ. ລັດ​ຖະມົນຕີ​ການ​ຕ່າງ​ປະ​ເທດ ຫລື ຜູ້ຕາງໜ້າ ທີ່​ມາ​ຈາກ​ສະຫະພາບ​ປະ​ເທ​ດອາ​ຝຼິກາ​ແລະ 40 ກວ່າ​ປະ​ເທດ​ຂອງອາ​ຝຼິກາ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸ​​ມຄັ້ງ​ນີ້. ລັດ​ຖະມົນຕີ​ການ​ຕ່າງ​ປະ​ເທດ​ຈີນ​ແລະອາ​ຝຼິກາ​​ໄດ້​ແລກປ່ຽນ​ຄໍາ​ຄິດ​ຄໍາ​ເຫັນ​ຢ່າງ​ເລິກ​ເຊິ່ງ​​ໂດຍ​ປິ່ນ​ອ້ອມ​ຫົວຂໍ້​ການ​ຮ່ວມ​ມື​ລະຫວ່າງ​ຈີນ​ແລະອາ​ຝຼິກາ, ​ແລະ​ໄດ້​ອອກແຈ້ງ​ການ​ຮ່ວມ​ວ່າ​ດ້ວຍ ການ​ປຶ​ກສາ​ຫາລື​ດ້ານ​ການ​ເມືອງ​ຄັ້ງ​ທີ 3 ລະຫວ່າງລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ​ກັບບັນ​ດາ​ປະ​ເທ​ດອາ​ຝຼິກາ.

ທ່ານ​ຫວ່າງ​ຢີ້ກ່າວ​ວ່າ, ຈີນ​​ແລະ​ອາ​ຝຼິກາ​ເປັນ​ປະຊາ​ຄົມ​ທີ່​ມີ​ໂຊ​ກຊະ​ຕາ​ຮ່ວມ​ກັນຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​​ປາຍ, ການພັດທະນາ​ຂອງ​ຈີນ​ແຍກ​ອອກ​ຈາກອາ​ຝຼິກາ​ບໍ່​ໄດ້, ການ​ພັດ​ທະນາ​ຂອງອາ​ຝຼິກາກໍ​ຕ້ອງການ​ຈີນ, ຈີນ​ຈະ​ເປັນ​ໝູ່​ເພື່ອນ​ທີ່​​ເຊື່ອ​​ໃຈໄດ້​ທີ່​ສຸດ​ແລະ​ເປັນ​ຄູ່​ຮ່ວມ​ມື​ທີ່​ຈິງ​ຈັງ​ທີ່​ສຸດ​ຂອງ​ອາ​ຝຼິກາຕະຫລອດ​ໄປ. ການ​ປຶ​ກສາ​ຫາລື​ດ້ານ​ການ​ເມືອງ ລະຫວ່າງລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ​ກັບບັນ​ດາ​ປະ​ເທ​ດອາ​ຝຼິກາ​​ຈັດ​ຂຶ້ນ​ສາມ​ປີ​ຕໍ່ຄັ້ງ, ສອງ​ຄັ້ງ​ກ່ອນ​ໄດ້​ຈັດ​ຂຶ້ນ​​ໃນ​ປີ 2007 ​ແລະ​ປີ 2010 ຢູ່​ນະຄອນ​ນິວຢອກ.