ປະທານາທິບໍດີ​ເຄັນ​ຢາ​ປະກາດ​​ສິ້ນ​ສຸດການ​ເຄື່ອນ​ໄຫວ​ໃນ​ການ​ປາບ​ເຫດການຫຼອນ​ໂຈມ​ຕີ​ສູນ​ການ​ຄ້າ​ເພັສທ໌ກັດມານ

(GMT+08:00) 2013-09-25 15:20:48     cri

ຕາມ​ຂ່າວສານ​ຊິນ​ຮວາ: ຕອນ​ຄ່ຳ​ວັນ​ທີ 24 ກັນຍາ​ນີ້, ທ່ານ​ອູ​ຮູຣູ ​ເຄັນ​ຢັດ​ຕາ, ປະທານາທິບໍດີ​ເຄັນ​ຢາ ​ໄດ້​ກ່າວ​ຄຳ​ອາ​ໄສ​ຜ່ານ​ທາງ​ໂທລະພາບ, ​ໂດຍ​ກ່າວ​ວ່າ: ການປະຕິບັດ​ພາລະກິດ​ຂອງ​ທະຫານ​ແລະ​ຕຳຫຼວດ​ເຄັນ​ຢາ​ທີ່​ແນ​ໃສ່​ພວກ​ກໍ່​ການ​ຮ້າຍ​ໃນ​ເຫດການຫຼອນ​ໂຈມ​ຕີສູນ​ການ​ຄ້າ​ເພັສທ໌ກັດ​ມານ​ທີ່​ນະຄອນຫຼວງ​​ໄນ​ໂຣບີ ​ໄດ້​ສິ້ນ​ສຸດ​ລົງ​ແລ້ວ, ​ເຊິ່ງ​ເຄັນ​ຢາ​ໄດ້​ເອົາ​ຊະນະ​ພວກ​ກໍ່​ການ​ຮ້າຍ​ໃນ​ເຫດການ​ນີ້.
ທ່ານ​ເຄັນ​ຢັດ​ຕາ ກ່າວ​ວ່າ: ຕອນ​ຄ່ຳ​ມື້​ທີ 4 ຂອງ​ການ​ປະ​ເຊີນ​ໜ້າ​ກັນ​ລະຫວ່າງພວກ​ກໍ່​ການ​ຮ້າຍ​ກັບ​ທະຫານ​ແລະ​ຕຳຫຼວດຂອງ​ເຄັນ​ຢາ, ພວກ​ກໍ່​ການ​ຮ້າຍ​​ໄດ້ຖືກ​ປາບ​ໃນ​ທີ່​ສຸດ. ​ນັບ​ມາ​ຮອດ​ປັດຈຸບັນ, ​ໃນ​ເຫດການຫຼອນ​ໂຈມ​ຕີ​ກໍ່​ການ​ຮ້າຍ​ຄັ້ງນີ້​ໄດ້​ມີ 240 ຄົນ​ເສຍ​ຊີວິດ​ແລະ​ບາດ​ເຈັບ, ​ໃນ​ນັ້ນມີ​ພົນລະ​ເມືອງ 61 ຄົນ ພ້ອມ​ທະຫານ​ແລະ​ຕຳຫຼວດ​ເຄັນ​ຢາ 6 ຄົນ​ເສຍ​ຊີວິດ, ພວກ​ກໍ່​ການ​ຮ້າຍ 5 ຄົນ​ຖືກ​ສັງຫານ. ນອກ​ນີ້​ຍັງ​ຈັບ​ຕົວ​ຜູ້​ຕ້ອງ​ສົງ​ໄສໄດ້ 11 ຄົນ.

ທ່ານ​ເຄັນ​ຢັດ​ຕາ ກ່າວ​ຕື່ມວ່າ: ມີ​​ແມ່ຍິງ​ອັງກິດ​ 1 ຄົນ, ຄົນ​ສັນຊາດ​ອາ​ເມ​ລິ​ກາ 3-4 ຄົນ​ອາດ​ຈະມີ​ສ່ວນຮ່ວມ​ເຫດການຫຼອນ​ໂຈມ​ຕີ​ກໍ່​ການ​ຮ້າຍ​ໃນ​ຄັ້ງນີ້. ປັດຈຸບັນ, ສູນ​ການ​ຄ້າ​ແຫ່ງ​ນີ້​ຍັງ​ປິດ​ປະຕູ​ຢູ່, ພະນັກງານຊ່ວຍເຫຼືອກອບກູ້ພວມເກັບມ້ຽນສົບຂອງຜູ້ປະສົບເຄາະຮ້າຍຢູ່, ຈຳນວນຜູ້ ເສຍຊີວິດ​ຍັງ​ອາດ​ຈະເພີ່ມ​ຂຶ້ນອີກ.

ທ່ານ​ເຄັນ​ຢັດ​ຕາ ປະກາດ​ວ່າ: ທົ່ວ​ປະ​ເທດເຄັນ​ຢາຈະ​ຊັກ​ທຸງຊາດ​ລົງ​ເຄິ່ງ​ເສົາ ​ເພື່ອ​ໄວ້ອາ​ໄລ​ສະ​ແດງ​ຄວາມ​ເສົ້າສະຫຼົດ​ໃຈ​ໃນ​ທົ່ວ​ປະ​ເທດ​ເປັນ​ເວລາ 3 ວັນ​ໂດຍ​ເລີ່​ມ​ແຕ່​ວັນ​ທີ 25 ກັນຍາ​ນີ້​ເປັນຕົ້ນ​ໄປ.
ກຸ່ມ​ປະກອບ​ອາວຸດ "ພັກ​ຊາວ​ໜຸ່ມ​ອິສລາມ" ​ເຊິ່ງ​ເປັນກຸ່ມ​ປະກອບ​ອາວຸດທີ່​ຕໍ່​ຕ້ານ​ລັດຖະບານ​ໂຊ​ມາລີ​ທີ່​ສຳຄັນ ​ໄດ້​ເປີດ​ເຜີຍ​ວ່າ​ຕົນ​ເອງ​ເປັນ​ຜູ້​ກໍ່​ເຫດການຫຼອນ​ໂຈມ​ຕີ​ກໍ່​ການ​ຮ້າຍ​ຄັ້ງນີ້.

ວັນ​ທີ 24 ກັນຍາ​ນີ້, ທ່ານນີ​ໂກ​ລັດ ​ໄຄ, ຜູ້ຕາງໜ້າ​ພິ​ເສດ​ຂອງ​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ບັນຫາ​ໂຊ​ມາລີ ​ໄດ້​ກ່າວ​ປະນາມ​ເຫດການຫຼອນ​ໂຈມ​ຕີ​ກໍ່​ການ​ຮ້າຍ​ທີ່​ເຄັນ​ຢາ, ​ແລະ​ຮຽກຮ້ອງ​ໃຫ້​ເພີ່ມ​ທະວີ​ການ​ໂຈມ​ຕີ "ຂະ​ບວນການ​ຊາວ​ໜຸ່ມ​ອິສລາມ" ຫຼື "ພັກ​ຊາວ​ໜຸ່ມ​ໂຊ​ມາລີ", ກຸ່ມ​ປະກອບ​ອາວຸດ​ຕ້ານ​ລັດຖະບານ​ໂຊ​ມາລີ ​ເຊິ່ງ​ເປັນ​ຜູ້​ກໍ່​ເຫດການຫຼອນ​ໂຈມ​ຕີ​ກໍ່​ການ​ຮ້າຍໃນ​ຄັ້ງນີ້.