ຈຳນວນ​ຜູ້​ເສຍ​ຊີວິດ​ໃນ​ເຫດ​ແຜ່ນດິນ​ໄຫວ​ຮຸນ​ແຮງ​ທີ່​ປາ​ກິ​ສຖານ​​ເພີ່ມ​ຂຶ້ນ​ເປັນ 93 ຄົນ

(GMT+08:00) 2013-09-25 15:21:50     cri
ຕາມ​ຂ່າວສານ​ຊິນ​ຮວາ: ສື່ມວນຊົນປາກິສຖານລາຍງານໃນວັນ​ທີ 25 ກັນຍານີ້ວ່າ: ຕອນບ່າຍວັນທີ 24 ກັນຍານີ້ ຢູ່ແຂວງບາໂລຊີສ ຕານ ທາງພາກຕາເວັນຕົກສຽງໃຕ້ຂອງ ປາກິສຖານ ​ໄດ້​ເກີດ​​ແຜ່ນດິນ​ໄຫວ​ຮຸນ​ແຮງ​ລະດັບ 7,7 ລິກ​ເຕີ, ປັດຈຸບັນ ຈຳ​ນວນ​ຜູ້​ເສຍ​ຊີວິດ​ໃນ​​ເຫດການແຜ່ນດິນ​ໄຫວ​ຄັ້ງນີ້​ໄດ້​ເພີ່ມ​ຂຶ້ນ​ເປັນ 93 ຄົນ​, ​ແລະ 200 ກວ່າ​ຄົນ​ໄດ້​ຮັບ​ບາດ​ເຈັບ.