ແຜນ​​ລັກ​ຟັງ​ຂໍ້​ມູນ​ລັບ ຫລື ປຣິຊຶມ ຂອງ​ອາ​ເມ​ລິ​ກາ​ເກີດ​ມີ​ບັນຫາ​ອີກ​​ ​ເອີ​ຣົບ​ຂົ່ມຂູ່​ວ່າ​ຈະ​ຍຸດຕິ​ການຊົມ​​ໃຊ້​ຂໍ້​​ມູນ​ຮ່ວມ​ກັບ​ອາ​ເມ​ລິ​ກາ​

(GMT+08:00) 2013-09-25 11:05:04     cri

ວັນ​ທີ 24 ກັນຍາ​ນີ້, ສະມາຊິກ​ລັດ​ຖະສະພາ​ເອີ​ຣົບ​ຫລາຍ​ທ່ານ​ກ່າວ​ຢູ່​ນະຄອນບລຸກ​ແຊນວ່າ, ຈະສະ​ແຫວ​ງຫາ​ການຍຸດຕິ​ສົນທິສັນຍາ​ວ່າ​ດ້ວຍການຊົມ​​ໃຊ້​ຂໍ້​​ມູນດ້ານ​ການ​ທະນາຄານ​ຮ່ວມກັນ​ລະຫວ່າງ​ເອີ​ຣົບກັບ​ອາ​ເມ​ລິ​ກາ ​ເພື່ອ​ເປັນ​ການ​ຕອບ​ໂຕ້​ຕໍ່​ແຜນ"ປຣິຊຶມ"ຂອງ​ອາ​ເມ​ລິ​ກາທີ່​​ໄດ້​ລັກ​ເອົາ​ຂໍ້​ມູນລັບຈໍານວນ​ໜຶ່ງ​ຂອງ​ປະ​ເທດເອີ​ຣົບ.

ສະມາຊິກ​ລັດ​ຖະສະພາ​ເອີ​ຣົບຊີ້​ອອກ​ວ່າ, ແຜນ "ປຣິຊຶມ​" ທີ່​​ເປີດເຜີຍ​​ໃຫ້​ເຫັນ​ໂດຍ​ທ້າວ​ເອັດວາດ ສະ​​ໂນ​ເດັນ ສະ​ແດງ​ໃຫ້​ເຫັນ​ວ່າ, ອາ​ເມ​ລິ​ກາ​ໄດ້​ "ລັກ​ເອົາ" ຂໍ້​​ມູນ​ຂອງ​ສະມາຄົມ​ໂທລະ​ຄົມ​ດ້ານ​ການ​ທະນາຄານ​ລະຫວ່າງ​ທະນາຄານ​ທົ່ວ​ໂລກ ຫລື SWIFT ຜ່ານ​ຊ່ອງ​ທາງ​ທີ່​ບໍ່​ຊອບ​ທໍາ, ສັນຍາ​ວ່າ​ດ້ວຍການຊົມ​​ໃຊ້​ຂໍ້​​ມູນດ້ານ​ການ​ທະນາຄານ​ຮ່ວມກັນ​ລະຫວ່າງ​ເອີ​ຣົບກັບ​ອາ​ເມ​ລິ​ກາຄວນຍຸດຕິ​ການ​ບັງ​ຄັບ​​ໃຊ້​ໂດຍ​ອັດ​ຕະ​ໂນ​ມັດ.

ສັນຍາ​ວ່າ​ດ້ວຍການຊົມ​​ໃຊ້​ຂໍ້​​ມູນດ້ານ​ການ​ທະນາຄານຮ່ວມກັນ​ລະຫວ່າງ​ເອີ​ຣົບກັບ​ອາ​ເມ​ລິ​​ໄດ້​ມີ​ການ​ໂຕ້​ຖຽງ​ກັນ​ຢູ່ພາຍ​ໃນລັດ​ຖະສະພາ​ເອີ​ຣົບມາ​ໂດ​ຍຕະຫລອດ. ສັນຍາສະບັບນີ້​ໄດ້​ຜ່ານ​ໃນ​ປີ 2010 ດ້ວຍຄວາມ​ຫຍຸ້ງຍາກ.