ສະຖານີ​ຮັບ​ສັນຍານ​ຈາກ​ລະບົບ​ນໍາ​ທາງ​ເປີ​ຍ​ໂຕ​ວແຫ່ງ​ທໍາ​ອິດ​ຂອງ​ອາຊຽນ​ເລີ່​ມກໍ່ສ້າງ​ຢູ່​ລາວ

(GMT+08:00) 2013-09-25 14:32:32     cri

ໃນ"​ກອງ​ປະຊຸ​ມການ​ແລກປ່ຽນ​ເຕັກນິກ​ແລະກາ​ນຮ່ວມ​ມື​ດ້ານ​ການ​ປະດິ​ດສ້າງ​ຈີນ-ອາຊຽນຄັ້ງ​ປະຖົມ​​ມະ​ເລີກ" ທີ່ຈັດ​ຂຶ້ນ​ໃນ​ເມື່ອ​ບໍ່​ດົນ​ມານີ້, ຈີນ​ແລະ​ລາວ​ທີ່​ເປັນ​ຄູ່​ຮ່ວມ​ມື​ໄດ້​​ເຊັນ​ສັນຍາ​ກ່ຽວ​ກັບໂຄງການ​ຮ່ວມ​ມືທີ່​ເປັນ​ໂຄງການ​ຕົວ​ແບບໝູນ​ໃຊ້ບົນພື້ນຖານ​ການບໍລິການ​ດ້ານ​ທີ່​ຕັ້ງ​ຂອງ​ລະບົບ​ນໍາ​ທາງ​ເປີ​ຍ​ໂຕວ ໂດຍ​ມີ​ທ່ານ​ວ້ານກ່າງ, ຮອງ​ປະທານ​ສະພາ​ປຶກສາ​ການ​​ເມືອງປະຊາຊົນ​ແຫ່ງ​ຊາດຈີນ​ທັງ​ເປັນ​ລັດ​ຖະມົນຕີ​ວ່າການ​ກະຊວງ​​ເຕັກ​ນິກວິທະຍາສາດ​ຈີນ ​ແລະ​​ເຈົ້າ​ໜ້າ​ທີ່ອົງການ​​ເຕັກ​ນິກວິທະຍາສາດປະ​ເທດ​ຕ່າງໆ​ເຊັ່ນ​ກໍາປູ​ເຈຍ, ອິນ​ໂດ​ເນ​ເຊຍ, ລາວ, ມຽນມາ, ​ໄທ, ຫວຽດນາມ ​ແລະປະ​ເທດ​ອື່ນ​ໆ ​ໄດ້​ເຂົ້າ​ຮ່ວມ​ເປັນ​ສັກຂີ​ພິຍານ.

ປັດ​ຈຸ​ບັນ​ນີ້, ​ໂຄງການ​ດັ່ງກ່າວ​ໄດ້​ເລີ່​ມກໍ່ສ້າງ​ແລະ​ສໍາ​​ເລັດການ​ກໍ່ສ້າ​ງພື້ນຖານ​ໂຄງ​ລ່າງ. ສະຖານີ​ແຫ່ງ​ນີ້ຕັ້ງ​ຢູ່​ໃກ້​ກັບ​ສໍານັກງານ​ນາຍົກລັດຖະມົນຕີ​ແລະ​ປະຕູ​ໄຊ​ຂອງ​ລາວ, ຈະ​ເປັນ ສະຖານີ​ຮັບ​ສັນຍານ​ຈາກ​ລະບົບ​ນໍາ​ທາງ​ເປີ​ຍ​ໂຕ​ວແຫ່ງ​ທໍາ​ອິດ​ຂອງ​ອາຊຽນ ​ແລະ​ອໍານວຍ​ການບໍລິການ​ດ້ານ​ການ​ກໍານົດ​ທີ່​ຕັ້ງ​ຢ່າງ​ແມ່ນ​ຢໍາໃນ​ສະດັບ​ຊັງ​ຕີ​​ແມັດ​ແລະ​ລະດັບເດ​ຊີ​ແມັດ​ໃນ​ບໍລິ​ເວນ​ທີ່​ກວ້າງຂວາງ​ໃຫ້​​ແກ່​ຜູ້​​ໃຊ້ບໍລິການ​ໃນ​ພາກ​ພື້ນ.