IMF ປັບຫລຸດການ​ຄາດ​ຄະ​ເນ​ຕໍ່​ການ​ເຕີບ​ໂຕ​ຂອງ​​ເສດຖະກິດ​​ຟີ​ລິບ​ປິນ

(GMT+08:00) 2013-09-25 15:53:44     cri

ໜັງສື​ພິມ Business World ຂອງ​​ຟີ​ລິບ​ປິນລາຍ​ງານ​ວ່າ, ​ເນື່ອງ​ຈາກ​ວ່າ​ຕະຫລາດ​ການ​ທະ​ນາຄາ​ນ​ໂລກມີ​ຄວາມ​ເໜັງ​ຕີງ ​ເຊິ່ງອາດ​ຈະບັນ​ທອນ​ສະພາບ​ພື້ນຖານ​ຂອງ​ເສດຖະກິດທີ່​ພັດທະນາ​ຢ່າງ​ແຂງ​ແຮງ​ຂອງ​​ຟີ​ລິບ​ປິນຈໍານວນໜຶ່ງ, ອົງການ​ກອງ​ທຶນ​ການ​ເງິນ​ສາກົນ ຫລື IMF ​​ໄດ້ ຫລຸດປັບການ​ຄາດ​ຄະ​ເນ​ຕໍ່​ການ​ເຕີບ​ໂຕ​ຂອງ​​ເສດຖະກິດ​​ຟີ​ລິບ​ປິນຈາ​ກ 7% ລົງ​​ຮອດ 6.75%.

ເມື່ອ​ບໍ່​ດົນມາ​ນີ້, ຄະນະ​ຜູ້​ແທນ​ຈາກ IMF ​ໄດ້​ໄປ​ຢ້ຽມຢາ​​ມ​​ຟີ​ລິບ​ປິນ ​ແລະໄດ້​ອອກ​ຖະ​ແຫລ​ງການວ່າ, "ທະນາຄານ​ກາງ​ອາ​ເມ​ລິ​ກາ ຫລື Fed ​​ໄດ້​​ເຜີຍ​​ແຜ່​​ແຜ​ນການຫລຸ​​ດການ​ຊື້​ພັນທະບັດ​ໃນ​ແຕ່​ລະ​ເດືອນ​ເທື່ອ​ລະ​ກ້າວ​​ໃນ​ທ້າ​ຍເດືອນພຶດສະພາ​ແລ້ວ​ນີ້​​ ​ເຊິ່ງ​ໄດ້​ເຮັດ​ໃຫ້​ຊັບ​ສິນ​ຂອງ​ຕະຫລາດ​ທີ່​ເກີດຂຶ້ນ​ໃໝ່​​ເຊິ່ງລວມທັງຟີ​ລິບ​ປິນ​ໄດ້​ຮັບ​ຄວາມ​ກົດ​ດັນ ​ແລະ​ເຮັດ​ໃຫ້​ຄ່າເງິນ​ເປ​ໂຊ​ຂອງຟີ​ລິບ​ປິນ​ອ່ອນ​ລົງ​ແລະ​ອັດຕາ​ດອກ​ເບ້ຍ​ສູງ​ຂຶ້ນ. ​ເມື່ອບໍ່​ດົນມານີ້, ​ອາ​ເມ​ລິ​ກາ​ໄດ້ປະກາດ​ຈະ​ເລື່ອນ​ເວລາ​​ດໍາ​ເນີນແຜນການ​ນີ້​​​ເພື່ອ​ເຮັດ​ໃຫ້​ຕະຫລາດ​​ຟື້ນ​ຟູ​ການ​ພັດທະນາ​ຄືແຕ່​ກອນ"

IMF ກ່າວ​ວ່າ, ​ເມື່ອ​ທະນາຄານ​ກາງ​ອາ​ເມ​ລິ​ກາ​​ເລີ່​ມດໍາ​ເນີນ​ນະ​ໂຍບາຍ​​ແບບຮັດກຸ​ມ​ເງິນຕາ​ແລ້ວ, ສະພາບ​ພື້ນຖານ​ດ້ານ​ເສດຖະກິດທີ່​ພັດທະນາ​ຢ່າງ​ແຂງແຮງ​ຂອງ​​ຟີ​ລິບ​ປິນຈະ​​ເຮັດ​ໃຫ້​ເສດຖະກິດ​​ຟີ​ລິບ​ປິນສືບຕໍ່ຮັກສາ​ຈັງຫວັດການ​ເຕີບ​ໂຕທີ່​​ໄວ​ກວ່າເສດຖະກິດ​ຂອງ ​ປະທດສ່ວນ​ຫລາຍ​ຂອງພາກ​ພື້ນ​ອາຊີ​ປາຊິ​ຟິກ.