ລັດຖະມົນຕີ​ການ​ຕ່າງ​ປະ​ເທດ​ຈີນ​ເຂົ້າ​ຮ່ວມ​ກ​ອງປະຊຸມ​ເຈ​ລະຈາ​ເວ​ທີ​ປຶ​ກສາ​ຫາລື​ການ​ເມືອງ​ຊັ້ນ​ສູງ​ກ່ຽວ​ກັບ​ການ​ພັດທະນາ​ແບບ​ຍືນ​ຍົງ​ອົງການ​ສະ​ຫະປະ​ຊາ​ຊາ​ດ

(GMT+08:00) 2013-09-25 17:31:13     cri

ວັນ​ທີ 24 ກັນຍາ​ນີ້, ທ່ານ​ຫວາງ​ຢີ້, ລັດຖະ​ມົນຕີ​ວ່າການ​ກະຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມ​ແລະກ່າວ​ຄໍາ​ປາ​ໄສ​ໃນ​ກ​ອງປະຊຸມ​ເຈ​ລະຈາ​ເວ​ທີ​ປຶ​ກສາ​ຫາລື​ການ​ເມືອງ​ຊັ້ນ​ສູງ​ກ່ຽວ​ກັບ​ການ​ພັດທະນາ​ແບບ​ຍືນ​ຍົງ​ອົງການ​ຊະ​ຫະປະ​ຊາ​ຊາ​ດ. ປະມຸກ​ລັດ​ ​ແລະ​ຫົວໜ້າ​ລັດ​ລັດ​ຖະບານ, ລັດຖະມົນຕີ​ການ​ຕ່າງປະ​ເທດ​​ທີ່​ມາ​ຈາກເກືອບ 70 ປະ​ເທດ ແລະເຈົ້າ​ໜ້າ​ທີ່​ອົງການ​ຈັດ​ຕັ້ງສາກົນຕົ້ນຕໍ ​ ​ກໍໄດ້​ເຂົ້າ​ຮ່ວມ​​ແລະກ່າວ​ຄໍາ​ປາ​ໄສ​ໃນ​ກ​ອງປະຊຸມຄັ້ງ​ນີ້.

ທ່ານ​ຫວາງ​ຢີ້ກ່າວ​ວ່າ, ຈີນ​ມີ​ຄວາມ​ຮັບ​ຮູ້​ເປັນ​ຢ່າງ​ດີ​ຕໍ່​ນິຍາມການ​ພັດທະນາ​ແບບ​ຍືນ​ຍົງ. ລັດຖະບານ​ຈີນ​ຖື​ການ​ພັດທະນາ​ແບບ​ຍືນ​ຍົງ​ເປັນ​ນະ​ໂຍບາຍ​ພື້ນຖານ​ແຫ່ງ​ຊາດ ​ແລ​ະກ່າວ​ເນັ້ນ​ວ່າ​ຈະ​ບໍ່​ໄປ​ຕາມ​ທາງ​ເກົ່າ​ທີ່​ມົນ​ລະ​ພິດ​ເກີດ​ຂຶ້ນ​ແລ້ວ​ຈຶ່ງ​ມາ​ແກ້​ໄຂ​ຕາມ​ຫລັງ ​ເພື່ອ​ຮັບຜິດຊອບ​ຕໍ່​ລູກ​ຫລານ​ແລະ​ປະຊາ​ຄົມ​ໂລກ.

ທ່ານຫວາງ​ຢີ້ກ່າວ​ຕື່ມວ່າ, ຄວນ​ອອກ​ແຮງ​ສ້າງສາ​ຄວາມ​ສິວິ​​ໄລ​ດ້ານ​ຊີວະ​ພາບ​​ແລ​ະຍຶດໝັ້ນ"ຄວາມ​ຮັບຜິດຊອບ​ຮ່ວມ​ທີ່​ມີ​ຄວາມ​ແຕກ​ຕ່າງກັນ" ​ເພື່ອ​ບັນລຸການ​ພັດທະນາ​ແບບ​ຍືນ​ຍົງ​ໃນ​ທົ່ວ​ໂລກ. ຕ້ອງ​ມີ​ການ​ປະດິດ​ສ້າງ​ດ້ານ​ແນວ​ຄິດ, ​ໃຫ້ຄວາມ​ສໍາຄັນທີ່​ຫລາຍ​ກວ່າ​ເກົ່າ​ຕໍ່ຄຸນ​ນະພາ​ບ​ແລະ​ປະສິດທິພາບ​ຂອງ​ການ​ພັດທະນາ ​​ໄປ​ຄຽງ​ຄູ່​ກັບການ​ຊຸກຍູ້ການ​ພັດທະນາ​ແບບ​ຍືນ​ຍົງຂອງ​ເສດຖະກິດ, ຕ້ອງ​​ເອົາການ​ຄໍ້າປະກັນ​​ແລະປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ, ຄວາມ​ຍຸຕິ​ທໍາ​ແລະ​ຄວາມ​ຄືບ​ໜ້າ​ຂອງ​ສັງຄົມ​ໄວ້​ຢູ່​ຖານະ​ທີ່ພົ້ນ​​ເດັ່ນ​ກວ່າ​​ເກົ່າ.