ກະຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ: ປີ​ນີ້​ຍອດ​ມູນ​ຄ່າ​ສົ່ງ​ອອກ​ສິນຄ້າ​ຂອງ​ຈີນ​ມີ​ຫວັງ​ເປັນອັນ​ດັບ​​ໜຶ່ງ​​ໃນ​ໂລກ

(GMT+08:00) 2013-09-26 16:43:30     cri
ຫວ່າງ​ມໍ່ໆ​ນີ້​, ທ່ານ​ເສີນດັ່ງ​ຢາງ, ​ໂຄສົກ​ກະຊວງ​ການ​ຄ້າ​ຈີນ​ກ່າວໃນ​ງາ​ນວິ​ເຄາະ​ສະຖານະ​ການ​ເສດຖະກິດ​ຈີນວ່າ, ​ໃນ​ໄຕ​ມາດ​ທີ​ສີ່, ສະພາບ​ການ​ດ້ານການ​ຄ້າ​ຕໍ່​ຕ່າງປະ​ເທດ​ຂອງ​ຈີນ​ເຫັນ​ໄປ​ໃນ​ແງ່​ດີ​ໃນ​ພາບ​ລວມ, ຄາດ​ວ່າ​ເສດຖະກິດ​ຈີນ​ຈະສາມາດ​ບັນລຸ​ການ​ເຕີບ​ໂຕປະມານ 8% ​ໃນ​ໝົດ​ປີ. ຍອດ​ມູນ​ຄ່າ​ຂາ​​ເຂົ້າຂາ​ອອກ​ຂອງ​ຈີນ​ປີ​ນີ້​ຄາ​ດວ່າ​ຈະເປັນອັນ​ລະດັບ​ໜຶ່ງ​ໃນ​ໂລກ​ເປັນຄັ້ງ​ທຳ​ອິດ.

ທ່ານ​ເສີນ​ດັ່ງ​ຢາງ​ກ່າວ​ວ່າ, ​ໃນ​ສອງ​ເດືອນ​ມາ​ນີ້, ຕົວ​ເລກ​ທີ່​ດ່ານ​ພາສີ​ຂອງ​ຈີນ​ປະກາດອອກ​ມາ​ນັ້ນ​ສະ​ແດງ​ໃຫ້​ເຫັນ​ວ່າ​ສະພາບ​ການດ້ານ​ການ​ຄ້າ​ຕໍ່​ຕ່າງປະ​ເທດ​ຂອງ​ຈີນ​ໄດ້​ມີ​ທ່າ​ອ່ຽງດີ​ຂຶ້ນ​ແລ້ວ, ​ແລະ​ເຫັນ​ໄປ​ໃນ​ແງ່​ດີ​ໃນ​ພາບ​ລວມ. ທ່ານ​ຊີ້​ອອກ​ວ່າ, ນະ​ໂຍບາຍ​ເສດຖະກິດ​ດ້ານ​ມະຫາ​ພາກ​ມີ​ບົດບາດ​ຊຸກຍູ້​ຕໍ່​ການ​ຄ້າ​ຕໍ່​ຕ່າງປະ​ເທດ, ພ້ອມ​ກັນ​ນັ້ນ, ສະພາບ​ແວດ​ລ້ອມ​​ເສດຖະກິດ​ພາຍ​ນອກ​ກໍ່​ພວມ​ດີ​ຂຶ້ນ. ການ​ປັບປຸງ​ໂຄງ​ປະກອບ​ເສດຖະກິດ​ເຮັດ​ໃຫ້ກຳລັງ​ແຂ່ງຂັນ​ສັງ​ລວມຂອງ​ວິ​ສາ​ຫະກິດ​​ໄດ້​ຮັບ​ການຍົກ​ສູງ​ຂຶ້ນ, ວິ​ສາ​ຫະກິດ​ດັ່ງກ່າວ​ຍັງ​ມີ​ກຳລັງ​ແຂ່ງຂັນ​ສັງ​ລວມທີ່​ປະ​ເຊີນ​ໜ້າ​ກັບ​ຕະຫຼາດ​ສາກົນ. ສະ​ນັ້ນ​ສາມາດ​ຄາດ​ຄະ​ເນ​ໄດ້ວ່າ​ໃນ 6 ​ເດືອນ​ທ້າຍ​ປີ​ນີ້​ສະພາບ​ການດ້ານ​ເສດຖະກິດ​ຍັງ​ຈະ​ຮັກສາ​ທ່າ​ອ່ຽງ​ດີ​ຂຶ້ນ.