ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ​ເດັດ​ດ່ຽວ​ຄັດຄ້ານ​ປະ​ເທດ​ໃດໆທີ່​ວິ​ຈານ​ຢ່າງ​ຂາດ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ການ​ພັດ​ທະ​ນາ​ລະ​ບົບ​ການ​ເມືອງ​ຂອງ​ຮົງ​ກົງ

(GMT+08:00) 2013-09-26 10:17:08     cri
ວັນ​ທີ 25 ກັນຍາ​ນີ້, ທ່ານ​ຫົງ​ເຫຼີ​ຍ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ​ການ​ພັດ​ທະ​ນາ​ລະ​ບົບ​ການ​ເມືອງ​ແມ່ນ​ວຽກ​ງານ​ພາຍ​ໃນ​ຂອງ​ຮົງ​ກົງ​ກໍ່​ຄື​ຂອງ​ຈີນ.

ລັດຖະບານຈີນເດັດດ່ຽວຄັດຄ້ານປະເທດໃດໆ​ທີ່​ກ່າວ​ຄຳ​ວິ​ຈານ​ຢ່າງ​ຂາດ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ເລື່ອງ​ນີ້​ຊຶ່ງ​ເປັນ​ການ​ແຊກ​ແຊງ​ວຽກ​ງານ​ພາຍ​ໃນ​ຂອງ​ຮົງ​ກົງ.

ຢູ່ທີ່ກອງປະຊຸມຂ່າວຂອງກະຊວງການຕ່າງປະເທດຈີນທີ່ຈັດຂຶ້ນໃນຕອນບ່າຍວັນທີ 25 ກັນຍານີ້, ມີ​ນັກ​ຂ່າວ​ຖາມ​ວ່າ, ຕາມ​ລາຍ​ງານ​ວ່າ, ທ່ານ​ຟອດ ຮາດ ຫົວ​ໜ້າ​ກົງ​ສຸນ​ໃຫຍ່​ອາ​ເມ​ລິ​ກາ​ປະ​ຈຳ​ຮົງ​ກົງ​ກ່າວ​ໃນ​ວັນ​ທີ 24 ກັນ​ຍາ​ນີ້​ວ່າ, ລັດ​ຖະ​ບານ​ຈີນ​ຈະ​ຊຸກ​ຍູ້​ການ​ດຳ​ເນີນ​ການ​ເລືອກ​ຕັ້ງ​ຜູ້​ວ່າ​ການ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ປີ​2017​ແລະ​ການ​ເລືອກ​ຕັ້ງ​ສະພາ​ນິ​ຕິ​ບັນ​ຍັດ​ໃນ​ປີ​2020​ຢູ່​ຮົງ​ກົງ, ອາ​ເມ​ລິ​ກາສະ​ແດງ​ຄວາມ​ຍ້ອງຍໍ​ຕໍ່​ເລື່ອງ​ນີ້. ນິຍາມ​ພື້ນຖານ​ອັນ​ໜຶ່ງ​ຂອງ​ປະຊາທິປະ​ໄຕ​ຄວນ​ແມ່ນ​ປະ​ຊາ​ຊົນ​ມີ​ສິດ​ປະກອບ​ຄຳ​ເຫັນ​ຢ່າງ​ເຕັມ​ສ່ວນ​ຕໍ່​ການ​ດຳ​ເນີນ​ງານ​ຂອງ​ລະບົບ​ການ​ເມືອງ. ອາ​ເມ​ລິ​ກາ​ຈະ​ສືບ​ຕໍ່​ສະໜັບສະໜູນ​ຮົງ​ກົງ​ປະຕິບັດ​ຕາມ​ກົດໝາຍ​ພື້ນຖານ​ແລະ​ຂໍ້​ຕົກລົງ​ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ເພື່ອ​ບັນລຸ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ຢ່າງ​ແທ້​ຈິງ, ​ແຕ່​ອາ​ເມ​ລິ​ກາ​ບໍ່​ມີ​ແຜນການ​ໃດໆ​ກ່ຽວ​ກັບ​ຂະ​ບວນການ​ເລືອກ​ຕັ້ງ​ຂອງ​ຮົງ​ກົງ. ກ່ຽວ​ກັບ​ເລື່ອງ​ນີ້,ຈີນ​ມີ​ຄວາມ​ເຫັນ​ແນວ​ໃດ?

ທ່ານ​ຫົງ​ເຫຼີ​ຍ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ບັນຫາ​ການ​ພັດທະນາ​ດ້ານ​ລະບົບ​ການ​ເມືອງ​ແມ່ນ​ວຽກ​ງານ​ພາຍ​ໃນ​ຂອງ​ຮົງ​ກົງ​ແລະ​ກໍ່​ແມ່ນ​ວຽກ​ງານ​ພາຍ​ໃນ​ຂອງ​ຈີນ.

ລັດຖະບານຈີນເດັດດ່ຽວຄັດຄ້ານປະເທດໃດໆທີ່ກ່າວຄຳວິຈານຢ່າງຂາດຄວາມຮັບ​ຜິດ​ຊອບ​ຕໍ່​ເລື່ອງ​ນີ້​ຊຶ່ງ​ເປັນ​ການ​ແຊກ​ແຊງ​ວຽກ​ງານ​ພາຍ​ໃນ​ຂອງ​ຮົງ​ກົງ. ຫວັງ​ວ່າ​ປະ​ເທດ​ທີ່​ກ່ຽວຂ້ອງ​ຈົ່ງ​​ເຮັດ​ໃຫ້​ຄຳ​​ເວົ້າ​ແລະ​ການ​ກະທຳ​ຂອງ​ຕົນ​ເປັນ​ເອກະ​ພາບ​ກັນ​ຢ່າງ​ແທ້​ຈິງ, ​ແລະ​ກະທຳ​ໃນ​ສິ່ງ​ທີ່​ມີ​ຜົນ​ດີ​ຕໍ່​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ຮົງ​ກົງ.