ຂະ​ແໜງ​ການການບິນ​ພົນລະ​ເຮືອນ​ຂອງຈີນ​ແລະປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ຕ້ອງການ​ນັກ​ບິນ​ຈຳນວນຫຼາຍ

(GMT+08:00) 2013-09-26 16:46:58     cri

ນັບ​ແຕ່​ຊຸມ​ປີ 1990 ​ເປັນຕົ້ນມາ, ຂະ​​ແໜງ​ການການບິນ​ພົນລະ​ເຮືອນ​ຂອງ​ປະ​ເທດອາຊີ ​ເຊິ່ງ​ແມ່ນ​ຈີນ​ເປັນ​ປະ​ເທດ​ສຳຄັນ ​ໄດ້​ເຂົ້າສູ່​ໄລຍະ​ພັດທະນາ​ໂດຍ​ລວມ, ການບິນ​ພົນລະ​ເຮືອນ​ທີ່​ລາຄາ​ຖືກ​ຂອງ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ໄດ້​ມີ​ການ​ພັດທະນາທີ່​ວ່ອງ​ໄວ​ຂຶ້ນຕື່ມ, ສະ​ນັ້ນ​​ໃນ​ຂະ​ແໜງ​ນີ້​ຈຶ່ງຂາດ​ນັກ​ບິນ​ແລະ​ພະນັກງານ​ຮັບປະກັນ​ດ້ານ​ເຕັກ​ໂນ​ໂລຊີ​ຈຳນວນຫຼາຍ.

ຕາມ​ສະຖິຕິ, ນັບ​ມາ​ຮອດ​ທ້າຍ​ປີ 2012, ຍົນ​ຂົນ​ສົ່ງ​ໃນ​ຂະ​ແໜງ​ການບິນ​ພົນລະ​ເຮືອນ​ຂອງ​ຈີນ​ທີ່​ໄດ້​ຈົດ​ທະບຽນ​ນັ້ນ​ໄດ້​ບັນລຸ 1941 ລຳ. ​ປະລິມານ​ຂົນ​ສົ່ງ​ໃນ​ຕະຫຼາດການບິນ​ພົນລະ​ເຮືອນ​ຂອງ​ຈີນ​ຈະ​ເພີ່ມ​ຂຶ້ນ​​ເກືອບ 7% ຕໍ່​ປີ, ຈຳນວນ​ຍົນ​ທີ່​ເພີ່ມ​​ໃໝ່​ຈະ​ບັນລຸ 5580 ລຳ​; ຮອດ​ປີ 2032, ຍົນ​ທີ່​ຮັບ​ໃຊ້ການບິນ​ພົນລະ​ເຮືອນ​ຂອງ​ຈີນຈະ​ເພີ່ມ​ຂຶ້ນ​ເປັນ 3 ເທົ່າ​ເມື່ອ​ທຽບ​ກັບ​ຍົນ​​ໃນ​ປັຈຸ​ບັນ. ​ໃນ​ຊຸມ​ປີຜ່ານມາ​ນີ້, ​ເຂດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ແມ່ນ​ໜຶ່ງ​​ໃນ​ພາກ​ພື້ນ​ຕ່າງໆ​ຂອງ​ໂລກທີ່​ຂະ​ແໜງ​ການບິນ​ພົນລະ​ເຮືອນ​ລາຄາ​ຖືກ​​ໄດ້​ຮັບ​ການ​ພັດທະນາ​ໄວ​ກວ່າ​ໝູ່, ​ໃນ​ນັ້ນ, ບໍລິສັດ​ການບິນ​​ໄລ​ອອນ​ແອ ຫຼື Lion Air ຂອງ​ອິນ​ໂດ​ເນ​ເຊຍ​ໄດ້​ກາຍ​ເປັນ​ບໍລິສັດ​ການບິນ​ທີ່​ໃຫຍ່​ທີ່​ສຸດ​ພາຍ​ໃນ​ປະ​ເທດ​ຕົນ, ພຽງ​ແຕ່​ພາຍ​ໃນ​ປີ​ນີ້​ເທົ່າ​ນັ້ນ ກໍ​ໄດ້​ເຊັນ​ສັນຍາ​ສອງ​ສະບັບ​​ເພື່ອຊື້​ຍົນ​ໃໝ່ 400 ກວ່າ​ລຳ; ບໍລິສັດ​ແອ​ອາຊີ​ແອ​ໄລ ຫຼື AirAsia Airline ຂອງມະ​ເລ​ເຊຍ​ກໍ່​ໄດ້​ຊື້​ຍົນ​ໃໝ່​ປະມານ 500 ລຳ​ໃນ​ບໍ່​ເທົ່າ​ໃດ​ປີ​ທີ່​ຜ່ານ​ມາ​ນີ້.

ສະນັ້ນ, ບໍລິສັດ​ການບິນ​ໂບອິງ ອາ​ເມ​ລິ​ກາ ​ໄດ້​ຄາດ​ຄະ​ເນ​ວ່າ, ​ໃນອີກ 20 ປີ​ຂ້າງ​ໜ້າ​ນີ້, ພາກ​ພື້ນ​ອາຊີ​ຈະ​ຕ້ອງການ​ນັກ​ບິນ​ເພີ່ມ​ໃໝ່​ 1 ​ແສນ 9 ໝື່ນ 2300 ຄົນ​ແລະ​ພະນັກງານ​ເຕັກ​ໂນ​ໂລ​ຊີ​ຈຳນວນ 2 ​ແສນ 1 ໝື່ນ 5300 ຄົນ, ສອງ​ຕົວ​ເລກ​ດັ່ງກ່າວ​ບວກ​ເຂົ້າກັນ​ແລ້ວ ຈະ​ກວມ 40% ຂອງ​ຍອດຈຳນວນ​ຕ້ອງການ​ໃນ​ທົ່ວ​ໂລກ.