ບົດ​ລາຍ​ງານ​ຂອງ ສປຊ ກ່າວ​ວ່າ ຊາວ​ອົບ​ພະຍົບຊີຣີທີ່​ໜີ​ໄປ​ຮອດ​ລີ​ບັງມີຫຼາຍກວ່າ 7​ ​ແສນ 5 ໝື່ນ 5000 ຄົນ

(GMT+08:00) 2013-09-26 16:49:05     cri

ຕາມ​ຂ່າວສານ​ຊິນ​ຮວາ: ອົງການ​ຂ້າຫຼວງ​ໃຫຍ່ ສປຊ ​ເພື່ອ​ຊາວ​ອົບ​ພະຍົບ ຫຼື UNHCR ​ໄດ້​ເຜີຍ​ແຜ່​ບົດ​ລາ​ຍງານຢູ່​ທີ່​ນະຄອນຫຼວງ​ເບຣຸດຂອງ​ລີ​ບັງ​ໃນ​ວັນ​ທີ 25 ກັນຍາ​ນີ້​ວ່າ: ນັບ​ມາ​ຮອດ​ປັດຈຸບັນ, ປະຊາຊົນ​ຊີຣີທີ່​ໜີ​ໄປ​ຮອດ​ລີ​ບັງ​ເພື່ອ​ສະ​ແຫວ​ງຫາ​ຖານະ​ຊາວ​ອົບ​ພະຍົບ​ໄດ້​ບັນລຸ​ເຖິງ 7 ​ແສນ 5 ໝື່ນ 5000 ຄົນ, ​ເພີ່ມ​ຂຶ້ນ 1 ໝື່ນ 6000 ຄົນ​ເມື່ອ​ທຽບ​ກັບ​ອາທິດ​ຜ່ານ​ມາ​ນີ້. ບົດ​ລາຍ​ງານ​ຂຽນ​ວ່າ, ອົງການ UNHCR ​ໄດ້​​​ໄຂ​ຫ້ອງການ​ຈົດ​ທະບຽນຢູ່​ບາງ​​ເຂດ​ແຄວ້ນ​ຂອງ​ລີ​ບັງ​ເພື່ອ​ດຳ​ເນີນ​ກາ​ຈົດ​ທະບຽນ​ໃຫ້​ແກ່​ຊາວ​ອົບ​ພະຍົບຊີຣີ. ຊາວ​ອົບ​ພະຍົບ​ເຫຼົ່ານີ້​ສ່ວນຫຼາຍຖືກ​ຈັດ​ສັນ​ຢູ່​ເຂດ​ພາກ​ເໜືອ​ແລະ​ພາກ​ຕາ​ເວັນ​ອອກ​ທີ່​ໃກ້​ກັບ​ຊາຍ​ແດນ​ຊີຣີ, ນະຄອນຫຼວງ​ເບຣຸດ ແລະ ພາກ​ໃຕ້​ຂອງ​ລີ​ບັງ.

ຊາວ​ອົບ​ພະ​ຍົບຊີຣີ​ໄດ້ຫຼັ່ງ​ໄຫຼ​ເຂົ້າ​ລີ​ບັງ​ເປັນ​ຈຳນວນຫຼວງຫຼາຍ ​ເຮັດ​ໃຫ້​ອົງການຂ້າຫຼວງ​ໃຫຍ່ ສປຊ ​ເພື່ອ​ຊາວ​ອົບ​ພະຍົບ ຫຼື UNHCR ​ແລະ​ລັດຖະບານ​ລີ​ບັງ​ປະ​ເຊີນ​ກັບ​ຄວາມ​ກົດ​ດັນ​ອັນ​ມະຫາສານ, ຫວ່າງ​ມໍ່ໆ​ນີ້, ​ໂຄສົກ​ອົງການ UNHCR ​ກ່າວ​ວ່າ: ​ເນື່ອງ​ຈາກງົບປະມາ​ນບໍ່​ພຽງພໍ, ​ເລີ່​ມ​ແຕ່​ເດືອນ​ຕຸລາ​ໜ້າ​ນີ້​ເປັນຕົ້ນ​ໄປ, ອົງການ UNHCR ​ອາດ​ຈະ​ເລີ່​ມຫຼຸດຜ່ອນ​ການ​ຊ່ວຍ​ເຫຼືອດ້ານ​ອາຫານ​ແກ່​ຊາວ​ອົບ​ພະ ຍົບຊີຣີທີ່​ລີ້​ໄພ​ຢູ່​ລີ​ບັງລົງ, ລັດຖະບານ​ລີ​ບັງ​ກໍກ່າວຫຼາຍ​ເທື່ອ​ວ່າ: ບໍ່​ມີ​ຄວາມ​ສາມາດ​ໃນ​ການຮັບຜິດ​ຊອບ​ແຕ່​ຝ່າຍ​ດຽວ​ຕໍ່ຊາວ​ອົບ​ພະຍົບຊີ ຣີທີ່ຫຼັ່ງ​ໄຫຼ​ເຂົ້າປະ​ເທດ​ຕົນ​ຈຳນວນຫຼວງຫຼາຍ​​ເຊິ່ງ​ໄດ້​ສ້າ​ງຄວາມ​ກົດ​ດັນ​ອັນ​ມະຫາສານ, ​ແລະ​ມີ​ຄວາມ​ຕ້ອງການ​ຢ່າງ​ຮີບ​ດ່ວນ​​ທີ່ໃຫ້​ປະຊາ​ຄົມ​ໂລກ​ຈົ່ງອຳນວຍ​ການ​ຊ່ວຍ​ເຫຼືອອັນ​ຈຳ​ເປັນ​ແກ່​ລີ​ບັງ​ໃນ​ທັນທີ.