WTO ຮັບຮອງ​ບົດ​ລາຍ​ງານຂອງໜ່ວຍ​ວິຊາ​ການ​ກ່ຽວ​ກັບ​ຄວາມ​ຂັດ​ແຍ້​ງດ້ານ​ການ​ຕ້ານ​ການ​ຂາຍ​ເລ​ແລະ​ການ​ອຸດ​ໜູນ​ລາຄາໄກ່​ພັນ​ຊີ້ນ​ຂາວລະຫວ່າງ​ຈີນ-ອາ​​ເມ​ລິ​ກາ ກະຊວງ​ການ​ຄ້າ​ຈີນ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ບາງຄຳ​ຕັດສິນ​ໃນ​ບົດ​ລາຍ​ງານ

(GMT+08:00) 2013-09-26 16:52:34     cri

ຕາມ​ຂ່າວສານ​ຊິນ​ຮວາ: ອົງການ​ການ​ຄ້າ​ໂລກ ຫຼື WTO ​ໄດ້​ຮັບຮອງ​ບົດ​ລາຍ​ງານ​ຂອງ​ໜ່ວຍ​ວິຊາ​ການກ່ຽວ​ກັບ​ອາ​​ເມ​ລິ​ກາກ່າວ​ຟ້ອງ​ຈີນທີ່​ໃຊ້​ມາດ​ຕະການ​ຕ້ານ​ກາ​ນຂາຍ​ເລ​ແລະ​ການ​ອຸດ​ໜູນ​ລາຄາໄກ່​ພັນ​ຊີ້ນ​ຂາວທີ່​ນຳ​ເຂົ້າຈາກ​ອາ​ເມ​ລິ​ກາ, ​ເຈົ້າໜ້າ​ທີ່​ກົມສົນທິ​ສັນຍາ​ແລະ​ກົດໝາຍ ກະຊວງ​ການ​ຄ້າ​ຈີນ ກ່າວ​ວ່າ: ​ໃນ​ບົດ​ລາຍ​ງານ​ຂອງ​ໜ່ວຍ​ວິຊາ​ການ ​ໄດ້​ໂຕ້​ຄືນຈຸດ​ຢືນ​ສ່ວນຫຼາຍຂອງ​ອາ​ເມ​ລິ​ກາ, ​ແລະ​ໄດ້​ສະໜັບສະໜູນ​ຈຸດ​ຢືນ​ຂອງ​ຈີນ​ໃນ​ບາງ​ດ້ານ, ຈີນ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ການ​ຕັດສິນ​ດັ່ງກ່າວ.

ຂ່າວ​ແຈ້ງວ່າ: ​ໃນ​ຂໍ້​ຂັດ​ແຍ້​ງທີ່​ໜ່ວຍ​ວິຊາ​ການ​ສະໜັບ​ສະ​ໜູນ​ຈຸດ​ຢືນ​ຂອງ​ຈີນ​ຕົ້ນຕໍ​ລວມທັງ ການ​ຢັ້ງຢືນ​ຈາກ​ຂະ​ແໜງ​ການ​ພາຍ​ໃນ​ປະ​ເທດ, ການ​​ປຽບທຽບ​ລາຄາແມ່ນ​ຢູ່​ໃນ​ລະດັບ​ການ​ຄ້າ​ອັນ​ດຽວ​ກັນຫຼືບໍ່, ຮູບ​ແບບ​​ແຈ້ງ​ໃຫ້​​ກັນຊາບກ່ຽວ​ກັບການ​ບໍ່​ຮູ້​ຖານະຂອງບໍລິ​ສັດສົ່ງ​ອອກ​ ​ແລະ​ອື່ນໆ. ​ເຈົ້າໜ້າ​ທີ່​ກົມ​ສົນທິສັນຍາ​ແລະກົດໝາຍ ກະຂວງ​ການ​ຄ້າ​ຈີນ ກ່າວ​ວ່າ: ຈີນ​ສະຫງວນ​ຄວາມ​ເ​ຫັນ​ຂອງ​ຕົນຕໍ່​ການ​ຕັດສິນ​ຂອງ​ໜ່ວຍ​ວິຊາ​ການ​ກ່ຽວ​ກັບ​ການ​ເປີດ​ເຜີຍ​ຄວາມ​ຈິງ​ພື້ນຖານ ​ເປັນຕົ້ນ, ​ເຫັນ​ວ່າ​ຄວນ​ໃຫ້​ຄວາມ​ກະຈ່າງ​ແຈ້ງ​ຕື່ມ​ອີກ​ຕໍ່​ບັນຫາ​ທີ່​ກ່ຽວຂ້ອງໃນ​ຄະດີ​ທີ່​ອາດ​ຈະ​ເກີດ​ຂຶ້ນ​ໃນຕໍ່ ໜ້າ.