ທ່ານ​ສີ​ຈິ້ນ​ຜິ​ງພົບ​ປະ​ເຈລະຈາ​ກັບ​ທ່ານ​ຈູມ​ມາລີ ​ໄຊ​ຍະ​ສອນ ​ໂດຍ​ເນັ້ນໜັກ​ການ​ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ ສອງ​ປະ​ເທດ​ຈີນ-ລາວ​ໃຫ້ອຸດົມສົມບູນ​ແລະ​​ໄດ້​ຮັບ​ການພັດທະນາຢ່າງ​ບໍ່​ຢຸດ​ຢັ້ງ

(GMT+08:00) 2013-09-26 21:27:51     cri

ວັນ​ທີ 26 ກັນຍາ​ນີ້ ຢູ່​ທີ່​ນະຄອນຫຼວງປັກ​ກິ່ງ, ທ່ານ ​ສີ​ຈິ້ນ​ຜິ​ງ, ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ປະທານ​ປະ​ເທດ​ຈີນ​ ໄດ້​ພົບປະ​ເຈລະຈາ​ກັບ​ທ່ານ ຈູມມາລີ ​ໄຊຍະ​ສອນ, ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ປະທານ​ປະ​ເທດ​ລາວ ທີ່​​ເດີນທາງມາ​ຢ້ຽມຢາມຈີນ. ທ່ານ​ສີ​ຈິ້ນ​ຜິ​ງ ກ່າວ​ວ່າ: ການ​ພົວພັນ​ລະຫວ່າງສອງ​ປະ​ເທດ​ຈີນ-ລາວບໍ່​ແມ່ນ​ການ​ພົວພັນ​ສອງ​ຝ່າຍ​ທີ່​ມີ​ຄວາມ​ໝາຍ​ທຳ​ມະ​ດາ​ເທົ່າ​ນັ້ນ, ຫາກ​ແມ່ນ​ປະຊາ​ຄົມ​ໂຊກ​ຊາຕາກຳ​ທີ່​ມີ​ຜົນ​ປະ​ໂຫຍ​ດຮ່ວມ​ອັນ​ກວ້າງຂວາງ, ສອງ​ຝ່າຍ​ຕ້ອງ​ສ້າງການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ລະຫວ່າງ​ຈີນ-ລາວ​​ໃຫ້​ອຸດົມ​ສົມບູນ​ແລະ​ໄດ້​ຮັບ​ການ​ພັດ​ທະນາຢ່າງ​ບໍ່​ຢຸດ​ຢັ້ງ.

​ໃນ​ຖານະ​ທີ່​ເປັນ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ມີ​ໄມ​ຕິ​ຈິດ​ມິດຕະພາບ​ຕໍ່​ກັນ​ແລະ​ມີ​ສາຍພູ​ແລະ​ແມ່​ນ້ຳ​ລຳ​ເຊ​ຕິດ​ຈອດ​ກັນ, ລາວ​ແມ່ນ​ຄູ່​ຮ່ວມ​ມື​ທີ່​ສຳຄັນ​ຂອງ​ຈີນ​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້. ​ໃນ​ການ​ພົບ​ປະ​ເຈລະຈາ​ກັນ​ໃນ​ວັນ​ທີ 26 ກັນຍາ​ນີ້, ທ່ານ​ສີ​ຈິ້ນ​ຜິງພໍ​ເລີ່​ມຕົ້ນກໍ​ໄດ້​ສົມ​ທຽບການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ວ່າ "ຍາດ​ພີ່ນ້ອງໄປມາຫາສູ່​ກັນ​ຍິ່ງ​ຫຼາຍກໍ​ຍິ່ງ​ສະໜິດສະໜົມ​ກັນ". ທ່ານ​ກ່າວ​ວ່າ: "​ເຊື່ອວ່າ ການ​ມາ​ຢ້ຽມຢາມ​ຈີນ​ຂອງສະຫາຍ​ເລຂາ​ທິການ​ໃຫຍ່​ຈຸມມາລີ ​ໄຊ​ຍະ​ສອນ​ ໃນ​ຄັ້ງນີ້ ຄົງ​ຈະ​ສາມາດ​ຊຸກ​ຍູ້​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​​ເຊິ່ງກັນ​ແລະກັນ ທາງ​ດ້ານ​ການ​ເມືອງ ​ແລະ ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ ລະຫວ່າງ​ສອງ​ຝ່າຍ​ເຮົາ, ສ້າງ​​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ຈີນ-ລາວໃຫ້ອຸດົມສົມບູນແລະໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ".

ທ່ານ ຈຸມມາລີ ​ໄຊ​ຍະ​ສອນ ກ່າວ​ວ່າ: ພັກ-ລັດ​ແລະ​ປະຊາຊົນລາວ ​ໄດ້​ຖື​ພັກ-ລັດ​ແລະ​ປະຊາຊົນ​ຈີນ​ເປັນ​ມິດສະຫາຍ​ທີ່​ສະໜິດສະໜົມ​ທີ່​ສຸດ​ແລະ​​ໄວ້​ເນື້ອ​ເຊື່ອ​ໃຈ​ໄດ້​ມາ​ໂດຍ​ຕະຫຼອດ. ຝ່າຍລາວ​ຂອບ​ໃຈ​ນຳຝ່າຍ​ຈີນ​ທີ່​ໄດ້​ໃຫ້ການ​ສະໜັບສະໜູນ​ແລະ​​ການ​ຊ່ວຍ​ເຫຼືອທີ່​ບໍ່​​ເຫັນ​ແກ່​ຕົວ ​ແກ່​ລາວ ​ໃນ​ໄລຍະ​ຍາວ​ນານ​ມາ​ນີ້, ຫວັງ​ວ່າ​ຈະ​ຮ່ວມ​ກັນ​ກັບ​ຈີນ ​ເພື່ອ​ເພີ່ມ​ທະວີການ​ແລກປ່ຽນ​ປະສານ​ງານ​ດ້ານ​ຍຸດ​ທະ​ສາດ, ລົງ​ເລິກ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ຈັດຕັ້ງປະຕິບັດ​ຕາມ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະສັນ​ກັນ​ທີ່​ສຳຄັນ ​ແລະ ​ເອກະສານ​ການ​ຮ່ວມ​ມື ລະຫວ່າງ​ສອງ​ຝ່າຍທີ່​ຈະ​ເຊັນ​ກັນ​ໃນ​ການ​ຢ້ຽມຢາມ​ຄັ້ງນີ້, ປະສານ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ວຽກ​ງານ​ອາຊຽນ ​ແລະ ສາກົນ, ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍ​ດຮ່ວມ, ບັນລຸ​ການ​ພັດທະນາ​ຮ່ວມ​ກັນ.