ທະນາຄານ​ໂລກ​ອະນຸມັດເງິນ​ກູ້​ທີ່​ບໍ່​ມີ​ດອກ​ເບ້ຍຈໍານວນ 140 ລ້ານ​​ໂດ​ລາ​ໃຫ້​ແກ່​ມຽນມາ

(GMT+08:00) 2013-09-26 11:05:31     cri
ເມື່ອ​ບໍ່​ດົນ​ມາ​ນີ້, ທະນາຄານ​ໂລກ​ໄດ້​ອະນຸມັດ​ເງິນ​ກູ້​ທີ່​ບໍ່​ມີ​ດອກ​ເບ້ຍຈໍານວນ 140 ລ້ານ​​ໂດ​ລາ​ໃຫ້​ແກ່​ມຽນມາ​​ ​ເພື່ອຊ່ວຍ​ມຽນມາ​ສ້າງ​​ເຂື່ອນ​ໄຟ​ຟ້າ​ທີ່​ມີ​ປະສິດທິພາບ​ຫລາຍ​ກວ່າ​​ເກົ່າ​​ເພື່ອ​ຊຸກຍູ້​ການ​ພັດ​ທະນາ​ຂອງ​ມຽນມາ. ທະນາຄານ​ໂລກກ່າວ​ວ່າ, ​ພາຍຫລັງ​ເຂື່ອນ​ໄຟ​ຟ້າ​ໄດ້​ສ້າງສໍາ​ເລັ​ດ​ແລ້ວ, ປະລິ​​ມານການ​ຜະລິດ​​ໄຟຟ້າ​ແມ່ນ 106 ​ເມ​ກາ​ວັດ ​​ເຊິ່ງ​ສາມາດ​ສະໜອງ​ພະລັງ​ໄຟຟ້າ​ເຄິ່ງໜຶ່ງ​ທີ່​ຕ້ອງການ​ໃນ​​​ໄລຍະ​ທີ່ໃຊ້​ໄຟຟ້າ​ຫລາຍ​ທີ່​ສຸດຂອງ​ລັດ​ມ​ອນ​ແລະສະໜອງ​ໄດ້ 5%ຂອງຄວາມຕ້ອງການ​ໄຟຟ້າ​ໃນ​ທົ່ວ​ປະ​ເທດ.