ຈໍານວນ​ຜູ້ເສຍ​ຊີວິດຈາກ​ເຫດ​​ແຜ່ນ​ດິນ​ໄຫວ​ທີ່​ຮ້າຍ​ແຮງ​ຂອງ​ປາ​ກີ​ສະຖານ​​ເພີ່ມຂຶ້ນ​​ເຖິງ 348 ຄົນ ປະທານ​ປະ​ເທດ​ຈີນ​​ສົ່ງ​ໂທລະ​ເລກ​ໄປ​ຍັງປະທານາທິບໍດີປາ​ກີ​ສະຖານ​ເພື່ອສະ​ແດງ​ຄວາມ​ເຫັນ​ໃຈ

(GMT+08:00) 2013-09-26 14:53:24     cri

ວັນ​ທີ 25 ກັນຍາ​ນີ້, ​ເຈົ້າ​ໜ້າ​ທີ່ປາ​ກີ​ສະຖານກ່າວ​ວ່າ, ​ແຜ່ນດິນ​ໄຫວ​ຂະໜາດ 7,8 ລິກ​ເຕີ​ທີ່​ເກີດ​ຂຶ້ນ​ຢູ່​​ແຂວງ​ບາ​ໂລ​ຊີ​ສະ​ຖານທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້ຂອງ​ປະ​ເທດ​ໃນ​ຕອນ​ບ່າຍ​ວັນທີ 24 ກັນຍາ​ນີ້ ​ໄດ້​ເຮັດ​ໃຫ້​ມີຜູ້​ເສຍ​ຊີວິ​ດ 348 ຄົນ ​ແລະ​ຫລາຍ​ກວ່າ 500 ຄົນ​ໄດ້​ຮັບ​ບາດ​ເຈັບ.

ວັນ​ທີ 25 ກັນຍາ​ນີ້, ທ່ານ​ສິຈີ້​ນຜິ​ງ, ປະທານ​​​ປະ​ເທດ​ຈີນ, ​ໄດ້​​​ສົ່ງ​ໂທລະ​ເລກ​ໄປ​ຍັງທ່ານ​ມາ​ມນູນ ຮູ​ຊາ​ອິນ, ​ປະທານາທິບໍດີປາ​ກີ​ສະຖານເພື່ອສະ​ແດງ​ຄວາມ ເຫັນ​ໃຈກ່ຽວ​ກັບແຜ່ນ​ດິນ​ໄຫວ​ທີ່​ຮ້າຍ​ແຮງ​ຂອງ​ປາ​ກີ​ສະຖານ​​.ໂທລະ​ເລກຂອງທ່ານ​​ສິຈີ້​ນຜິ​ງຂຽນວ່າ, ຂ້າພະ​ເຈົ້າຮູ້ສຶກ​ຕື່ນ​​ຕົກໃຈທີ່​ໄດ້​ຮູ້​ວ່າແຂວງ​ບາ​ໂລ​ຊີ​ສະ​ຖານຂອງປາ​ກີ​ສະຖານ​ເກີດແຜ່ນດິນ​ໄຫວ​ຂະໜາດ 7,8 ລິກ​ເຕີ​​  ​ເຊິ່ງ​​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ແລະ​ບາ​ດ​ເຈັບ ແລ​ະມີຄວາມ​ເສຍ​ຫາຍ​ດ້ານ​ຊັບ​ສິນ​ຢ່າງຫລສງຫລາຍ. ຂ້າພະ​ເຈົ້າ​ຮູ້ສຶກ​ເສົ້າ​ສະຫລົດ​ໃຈ​ທີ່​ສຸດ ​ຄື​ກັນ​ກັບປະຊາຊົນປາ​ກີ​ສະຖານຖານ​ອ້າຍ​ນ້ອງ. ຂ້າພະ​ເຈົ້າຂໍ​ຕາງໜ້າ​ລັດ​ຖະບານ​ແລະ​ປະຊາຊົນ​ຈີນ​ແລະ​ໃນ​ນາມ​ສ່ວນ​ຕົວ, ສະ​ແດງ​ຄວາມ​ເສົ້າ​ສະຫລົດ​ໃຈຢ່າງ​ສຸດ​ຊຶ້ງ​ຕໍ່​ຜູ້​​ເສຍ​ຂີ​ວິ​ດ ​ແລະ​ສະ​ແດງ​ຄວາມ​​ເຫັນ​ໃຈຢ່າງ​ຈິງ​​ໃຈ​ຕໍ່​ຄອບຄົວຂ​ອງຜູ້​ເສຍ​ຂີ​ວິ​ດແລະຜູ້​ທີ່​ໄດ້ຮັບ​ບາດ​ເຈັບ.

ຂ້າພະ​ເຈົ້າເຊື່ອ​ໝັ້ນ​ວ່າ​ພາຍ​ໃຕ້​ການ​ນໍາພາ​ຂອງ​ທ່ານ​ປະທານາທິບໍດີ​ແລະ​ລັດຖະບານປາ​ກີ​ສະຖານ, ປະຊາຊົນປາ​ກີ​ສະຖານຍ່ອມ​ຈະ​ສາມາດ​ສາມັກຄີ​ກັນ​ເຂົ້າຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ​ເອົາ​ຊະນະ​ໄພພິບັດ​ແລະ​ສ້າງ​ບ້ານ​ແປງ​ເມືອງ​​ໃຫ້ດີ​ງາມ​ຄືນ​ໃໝ່. ຈີນ​ແລ​ະປາ​ກີ​ສະຖານ​ເປັນ​ປະ​ເທດ​ບ້ານ​​ໃກ້​ເຮືອນຄຽງທີ່​ມີ​ໄມຕີ​ຈິດ​ມິດຕະພາບ​​ຢ່າງ​ສະໜິດ​ສະໜົມ, ຈີນ​ຈະ​ຢືນ​ຢູ່​ຄຽງ​ຂ້າງປະ​ຊາ​ຊົນປາ​ກີ​ສະຖານ​ຖານ​ອ້າຍ​ນ້ອງ ​ແລະຣ່ວມກັນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ. ລັດ​ຖະບານ​ແລະ​ປະຊາຊົນ​ຈີນ​ຍິນ​ດີ​ຈະ​​ໃຫ້ການ​ຊ່ວຍ​ເຫລືອທີ່​ຈໍາ​ເປັນ​ທຸກ​ຢ່າງ​ແກ່ປາ​ກີ​ສະຖານ.

ວັນ​ທີ 25 ກັນຍາ​ນີ້, ທ່ານ​ຫົງ​ເຫລີ​ຍ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ຈີນ​ໃຫ້​ຄວາ​ມ​ເອົາ​ໃຈ​ໃສ່​ເປັນ​ຢ່າງ​ສູງ​ຕໍ່​ສະພາບ​​ແຜ່ນດິນ​ໄຫ​ວຂອງປາ​ກີ​ສະຖານ. ທ່ານສິຈີ້​ນຜິ​ງ,ປະທານ​ປະ​ເທດ​ຈີນ​ໄດ້​​ສົ່ງ​ໂທລະ​ເລກ​ໄປ​ຍັງ​​​ທ່ານ​ມາ​ມນູນ ຮູຊາ​ອິນ, ​ປະທານາທິບໍດີປາ​ກີ​ສະຖານ, ​ແລະ​ທ່ານ​ຫລີ​ເຄີ້ສຽງ, ນາຍົກລັດຖະມົນຕີຈີນກໍ​ໄດ້​​​​ສົ່ງ​ໂທລະ​ເລກ​ໄປ​ຍັງທ່ານ​ຊາ​ລິ​​ຟ, ນາຍົກລັດຖະມົນຕີປາ​ກີ​ສະຖານ ​ເພື່ອ​ສະ​ແດງ​ຄວາມ​ເຫັນ​ໃຈ​ເຊັ່ນ​ກັນ ​. ລັດຖະບານ​ຈີນ​ຈະ​​ໃຫ້ການ​ຊ່ວຍ​ເຫລືອ​ສຸກ​ເສີ​ນຕາ​ມຄວາມ​ຮຽກຮ້ອງ​ຕ້ອງການ​ຂອງປາ​ກີ​ສະຖານ. ມາ​ຮອດ​ປັດຈຸບັນ​ນີ້, ຍັງ​ບໍ່​ມີ​ການ​ລາຍ​ງານ​ທີ່​ວ່າ​ມີ​ພົນລະ​ເມືອງ​ຈີນ​ໄດ້​​ເສຍ​ຊີວິດ​ແລະ​ໄດ້ຮັບບບາດ​ເຈັບ​ຈາກ​​ເຫດແຜ່ນດິນ​ໄຫວ​ຄັ້ງ​ນີ້.