​ໄຂ​ເວທີ​ປຶກສາ​ຫາລື​ເສດຖະກິດ​ເອີຣົບອາຊີ2013 ຮອງນາຍົກ​ຈີນກ່າວ​ຄຳ​ປາ​ໄສ

(GMT+08:00) 2013-09-27 10:31:44     cri

ຕາມ​ຂ່າວCRI: ວັນ​ທີ26ກັນຍາ​ນີ້, ທ່ານ​ຫວ່າງ​ຢາງ, ຮອງ​ນາຍົກລັດຖະມົນຕີຈີນກ່າວ​ວ່າ, ຄວນຕັ້ງໜ້າ​ປຶກສາ​ຫາລື​ກ່ຽວ​ກັບ​ສັນຍາ​ການ​ຄ້າ​​ເສລີ​ແລະ​ສັນຍາ​ການ​ລົງທຶນ​ຫຼາຍ​ຝ່າຍ​ແລະສອງ​ຝ່າຍ​ຢູ່​ເຂດ​ເອີຣົບອາຊີ, ລົບ​ລ້າງ​ກຳ​ແພງ​ການ​ຄ້າ​ແລະ​ການ​ລົງທຶນ​ປະ​ເພດ​ຕ່າງໆ, ​ເສີມ​ຂະຫຍາຍທ່າ​ແຮງ​ດ້ານ​ພູມ​ສາດ, ທ່າ​ແຮງ​ການ​ຊ່ອຍ​ຊູ້​ຍູ້​ໜູນ​ເຊິ່ງກັນ​ແລະ​ກັນ​​ດ້ານ​ເສດຖະກິດ​.

​ເວທີ​ປຶກສາ​ຫາລື​​ເສດຖະກິດ​ເອີຣົບອາຊີ2013​ໄດ້​ໄຂ​ຂຶ້ນ​ຢູ່​ນະຄອນ​ຊີ​ອ່ານ​ຂອງ​ແຂວງ​ສານ​ຊີ​ຈີນ​ໃນ​ວັນ​ທີ26ກັນຍາ​ນີ້, ທ່ານ​ຫວ່າງ​ຢາງ​, ຮອງ​ນາຍົກລັດຖະມົນຕີຈີນໄດ້​ເຂົ້າ​ຮ່ວມ​ພິທີ​​ເປີດ​ງານແລະ​ກ່າວ​ຄຳ​ປາ​ໄສ. ທານ​ຫວ່າງ​ຢາງ​ກ່າວ​ເນັ້ນ​ວ່າ, ​ເຂດ​ເອີຣົບອາຊີ​ມີ​ປະຊາກອນ​ເກືອບ​ເຄິ່ງໜຶ່ງ​ຂອງ​​ໂລກ, ​ແມ່ນ​ໜຶ່ງ​ໃນບັນດາເຂດ​​ແຄວ້ນທີ່​ມີ​ທ່າ​ແຮງບົ່ມ​ຊ້ອນ​ຫຼາຍ​ທີ່​ສຸດ​ໃນ​ດ້ານ​ເສດຖະກິດ​ດ້ານ​ການ​ເຕີບ​ໂຕ​ແລະ​ການ​ບໍລິ​ໂພ​ກ. ຫາກ​ມີ ການເປີດຕະຫຼາດ​ເຊິ່ງກັນ​ແລະ​ກັນ, ຊ່ວຍ​ຊູ​ຍູ້​ໜູນ​ກັນ, ກໍ​ຈະ​ສາມາດ​ກາຍ​ເປັນ​ຄູ່​ຮ່ວມ​ມື​ທີ່​ໝັ້ນຄົງ​ຍາວ​ນານ​ໄດ້.

ໃນ​ຖານະ​ເປັນ​​ເວທີ​ສຳຄັນ​ທີ່​ເຮັດ​ໃຫ້​ທ່າ​ແຮງ​ດ້ານ​ການ​ຮ່ວມ​ມື​ອັນ​ມະຫາສານ​ຂອງ​ອົງການ​ຮ່ວມ​ມື​ຊຽງ​ໄຮ​ຫຼືSCOບັນລຸ​ຜົນ​ສຳ​ເລັດ​ຕົວ​ຈິງ, ​ເວ​ທີ​ປຶກສາ​ຫາລື​ເສດຖະກິດ​ເອີຣົບອາຊີ​ຄັ້ງ​ນີ້​ຈະມີ​ຂະໜາດ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ, ​ລວມມີ​​ແຂກ​​ເກືອບ2000ຄົນ​ທີ່​ມາ​ຈາກ75ປະ​ເທດ​ແລະ​​ເຂດ​ແຄວ້ນ​ເຂົ້າ​ຮ່ວມກອງ​ປະຊຸມ. ​ໃນ​ໄລຍະ​​ກອງ​ປະຊຸມທີ່​ຈະ​ດຳ​ເນີນເປັນ​ເວລາ3ວັນ, ຈະ​ຈັດ​ໃຫ້​ມີ​ກິດຈະກຳ​, ກອງ​ປະຊຸມ​ຕ່າງໆທັງ​ໝົດ150ຄັ້ງລວມທັງ​ພິທີ​ເປີດ.