​ໄພ​ນ້ຳ​ຖ້ວມ​ຢູ່ກຳປູ​ເຈຍ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ20ຄົນ

(GMT+08:00) 2013-09-27 11:06:00     cri
ຕາມ​ຂ່າວCRI: ວັນ​ທີ26ກັນຍາ​ນີ້, ຄະນະ​ກຳມະການ​ຄຸ້ມ​ຄອງ​ໄພ​ພິບັດ​ແຫ່ງ​ຊາດ​ກຳປູ​ເຈຍ​ປະກາດ​ວ່າ, ຫວ່າງ​ມໍ່ໆ​ນີ້​ຢູ່​ແຫ່ງຕ່າງໆ​ຂອງ​ກຳປູ​ເຈຍ​ຝົກ​ໄດ້​ເກີດ​ສະພາບຕົກ​​ໜັກ​ຕິດ​ຕໍ່​ກັນ​ຫຼາຍ​ວັນ, ຫຼາຍ​ແຂວງ​ໄດ້​ເກີດ​​ໄພ​ນ້ຳ​ຖ້ວມ, ​ໃນ2ອາທິດ​ຜ່ານ​ມາ​ໄດ້​ເຮັດ​ໃຫ້​ມີ20ຄົນ​ເສຍ​ຊີວິດ​​ໃນ​ນັ້ນ​ມີເດັກນ້ອຍ11ຄົນ.

​ໃນ​ວັນທີ25ກັນຍາ​ນີ້, ທ່ານ​ຮຸນ​ແຊນ, ນາຍົກລັດຖະມົນຕີກຳປູ​ເຈຍ​ໄດ້​ຮຽກຮ້ອງ​ໃຫ້​ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ​ຍົກ​ສູງ​ຄວາມ​ລະມັດລະວັງ​ຕໍ່​ໄພ​ນ້ຳ​ຖ້ວມຈາກ​ນ້ຳ​ຂອງທີ່​ອາດ​ຈະ​ເກີດ​ຂຶ້ນ, ​ແລະ​ຮຽກຮ້ອງ​ໃຫ້​ກຽມພ້ອມ​​ໃນປ້ອງ​ກັນ​ໄພ​ນ້ຳ​ຖ້ວມ​ຢູ່ເວລາ, ພ້ອມ​ກັນ​ນັ້ນ​ກໍ​ຮຽກຮ້ອງ​ໃຫ້​ພໍ່​ແມ່​ຜູ້​ປົກຄອງ​ຈົ່ງ​ດູ​ແລ​ລູກ​ຂອງ​ຕົນ​ໃຫ້​ດີ​ເພື່ອ​ຫຼີກ​ເວັ້ນບໍ່​ໃຫ້​​ເກີດ​ເຫດ​ຈົມ​ນໍ້າຕາຍ​ເສຍ​ຊີວິດ