ທ່ານຫຼີ​ເຄີ້ສຽງ​ເຂົ້າຢ້ຽມ​ຂ່ຳນັບ​ທ່ານ​ຈຸມມາລີ ​ໄຊ​ຍະ​ສອນ

(GMT+08:00) 2013-09-27 11:19:12     cri



ຕາມ​ຂ່າວ CRI: ວັນທີ 26 ກັນຍາ​ນີ້ ຢູ່​ທີ່​ນະຄອນຫຼວງປັກ​ກິ່ງ, ທ່ານຫຼີ​ເຄີ້ສຽງ, ກຳມະການ​ປະຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ນາຍົກລັດຖະມົນຕີ​ຈີນ ​ໄດ້​ເຂົ້າຢ້ຽມ​ຂ່ຳນັບ​ທ່ານ​ຈຸມມາລີ ​ໄຊ​ຍະ​ສອນ, ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ປະທານ​ປະ​ເທດ​ລາວ ​ເນື່ອງ​ໃນ​ໂອກາດ​​ເດີນທາງ​ມາ​ຢ້ຽມຢາມ​ຈີນ.



ທ່ານຫຼີ​ເຄີ້ສຽງ ກ່າວ​ວ່າ: ຈີນ​ຍິນ​ດີ​ແລກປ່ຽນ ​ແລະ ​ໄປມາຫາ​ສູ່​ກັນ​ກັບ​ການ​ນຳ​ຂັ້ນສູງ​ລາວ​ຢ່າງ​ແໜ້ນ​ແຟ້ນ, ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ ​ເຊັ່ນ: ການ​ຄ້າ, ການ​ລົງທຶນ ​ແລະ​ພື້ນຖານ​ໂຄງການ​ເປັນຕົ້ນ, ​ເປີດ​ກວ້າງ​ການ​ແລກປ່ຽນ​ດ້ານ​ວັດທະນະທຳ-ສັງຄົມ​ແລະ​ລະຫວ່າງ​ທ້ອງ​ຖິ່ນ​ຂອງສອງ​ປະ​ເທດ, ຊຸກ​ຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ຈີນ-ລາວ​ໃຫ້​ພັດທະນາ​ກ້າວ​ໄປ​ໜ້າ​ຢ່າງ​ຕໍ່​ເນື່ອງ.

ທ່ານຫຼີ​ເຄີ້ສຽງ ກ່າວ​ຕື່ມ​ວ່າ: ກອງ​ປະຊຸມ​ຕ່າງໆ​ຂອງ​ຜູ້ນຳ​ອາຊີ​ຕາ​ເວັນ​ອອກ​ຄັ້ງທີ 8 ຈະ​ຈັດ​ຂຶ້ນ​ໃນ​ໄວໆ​ນີ້, ຈີນ​ຄອງ​ຄອຍ​ຈະ​ຮ່ວມ​ກັນ​ກັບປະ​ເທດ​ຕ່າງໆ​ທີ່​ຮ່ວມ​ປະຊຸມ​ໃນ​ການສະ​ແຫວ​ງຫາ​ການວາງ​ແຜນ​ຂະໜາດໃຫຍ່​ກ່ຽວ​ກັບ​ສັນຕິພາບ​, ການ​ພັດທະນາ​ແລະ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ. ຈີນ​ຍິນ​ດີ​ຮ່ວມ​ກັນ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​​ເຊິ່ງກັນ​ແລະ​ກັນ, ລົງ​ເລິກ​ການ​ຮ່ວມ​ມື, ສ້າງ​​ແລະ​ຍົກ​ລະດັບເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນ, ຊຸກ​ຍູ້​ການ​ກໍ່ສ້າງ​ການ​ເຊື່ອມ​ຈອດ​ເຊິ່ງກັນ​ແລະ​ກັນ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ທະ​ນາຄາ​ນ, ​ຮ່ວມກັນ​ດຳ​ເນີນ​ການ​ຮ່ວມ​ມື​ທາງ​ທະ​ເລ, ເຮັດໃຫ້ການພົວພັນລະຫວ່າງຈີນ-ອາຊຽນໄດ້ຮັບການພັດທະນາຫຼາຍຍິ່ງຂຶ້ນ. ຫວັງວ່າລາວຈະ​ເສີມຂະຫຍາຍບົດບາດອັນຕັ້ງໜ້າ​ເພື່ອ​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ​ຈີນ-ອາ​ຊຽນ ​ໂດຍເຮັດ​ຄື​ດັ່ງທີ່​ເຄີຍ​​ໄດ້ປະຕິບັດ​ຜ່ານມາ.

ທ່ານ​ຈຸມມາລີ ​ໄຊ​ຍະ​ສອນ ກ່າວ​ວ່າ: ຫວັງ​ວ່າ​ສອງ​ຝ່າຍ​ຈະ​ປະສາ​ນສົມທົບ​ກັບ​ແຜນການ​ພັດທະນາ​ຂອງ​ແຕ່ລະ​ປະ​ເທດ​, ​ເລັ່ງລັດ​ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ບັນດາ​ໂຄງ​ການໃຫຍ່ ​ເຊັ່ນ ​ໂຄງການທາງ​ລົດ​ໄຟ​ລາວ-ຈີນ ​ເປັນຕົ້ນ, ລາວ​ຍິນ​ດີ​ຕ້ອນຮັບ​ວິ​ສາ​ຫະກິດ​ຈີນ​ໄປ​ລົງທຶນ​ແລະຂະຫຍາ​ຍກິດຈະການ​ຢູ່​ລາວ​ໃຫ້ຫຼາຍກວ່າ​ເກົ່າ. ຝ່າຍ​ລາວຍິນ​ດີພະຍາຍາມ​ຮ່ວມ​ກັນ​ກັບ​ຝ່າຍ​ຈີນ, ຊຸກ​ຍູ້​ການ​ພົວພັນ​ລະຫວ່າງ​ລາວ-ຈີນ​ແລະ​ການ​ພົວພັນ​ລະຫວ່າງ​ອາ​ຊຽນ-ຈີນ​ໃຫ້​ກ້າວ​ຂຶ້ນສູ່​ລະດັບ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ.