ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີ​ນພົບ​ປະ​ກັບລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ

(GMT+08:00) 2013-09-27 10:41:12     cri

ຕອນ​​ເຊົ້າ​ວັນ​ທີ 26 ກັນຍາ​ນີ້, ທ່ານ​ຫວາງ​ຢີ້, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີ​ນທີ່​ກໍາລັງ​​ເຂົ້າ​ຮ່ວມ​ກອງປ​ະຊຸມ​​ໃຫຍ່ອົງການ​ສະຫະ​ປະຊາ​ຊາ​ດ​ຄັ້ງ​ທີ 68 ຢູ່​ນະຄອນ​ນິວຢອກ​​ໄດ້​ພົບ​ປະ​ກັບ​ທ່ານ​ຈອນ ​ເຄຣີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດອາ​ເມ​ລິ​ກາ. ທ່ານ​ຫວາງ​ຢີ້ກ່າວ​​ວ່າ, ການ​ປຶ​ກສາ​ຫາລື​ກ່ຽວ​ກັບ​ບັນຫາ​ຊີຣີຂອງ​ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາ​ດ​ໄດ້​ມີ​ຄວາມ​ຄືບ​ໜ້າ​ຢ່າງ​ເດັ່ນ​ຊັດ, ຈີນ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ເລື່ອງ​ນີ້.

ທ່ານ​ຫວາງ​ຢີ້ກ່າວຕື່ມ​ວ່າ, ຈີນ​ຫວັງ​ວ່າຈະ​ຊຸກຍູ້​ຂະ​ບວນການ​ແກ້​ໄຂ​ບັນຫາອາວຸດ​ເຄມີ​ຊີຣີ​ໃຫ້ກ້າວ​ໄປ​ໜ້າ​ຢ່າງ​ສະ​ດວກ​ໂດຍ​ຜ່ານຂະ​ບວນການ​ສັນຕິ​ວິທີ​ ຫາກບໍ່​ແມ່ນ​ວິທີ​ກໍ່​ສົງຄາມ. ຈີນ​ຈະ​ສືບຕໍ່​ເສີມ​ຂະຫຍາຍ​ບົດບາດ​ທີ່​ມີ​ລັກສະນະ​ສ້າງສັນ​ຕໍ່​ຂະ​ບວນການ​ນີ້.

ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານຫວາງ​ຢີ້​ແລະທ່ານເຄຣີ​ໄດ້​ພ້ອມ​ກັນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລັດ​ຖະມົນຕີ​ການ​ຕ່າງ​ປະ​ເທດ 6 ​ປະ​ເທ​ດກ່ຽວ​ກັບ​ບັນຫາ​ນິວ​ເຄຼຍອີຣານ ​ແລະ​ຮ່ວ​ມກັບ​ລັດຖະມົນຕີ​ການ​ຕ່າງ​ປະ​ເທດອັງກິດ, ຝຣັ່ງ, ​ເຢຍລະ​ມັນ​ແລະ​ອີຣານ ​ເພື່ອ​ປຶກສາ​ຫາລື​ສະພາບ​ບັນຫານິວ​ເຄຼຍອີຣານ​ໃນ​ປັດ​ຈຸ​ບັນ ​ແລະ​ການ​ເຈລະຈາ​ລະຫວ່າງ 6 ປະ​ເທດ​ດັ່ງກ່າວ​ກັບ​ອີຣານ​ໃນ​ບາດກ້າວ​ຕໍ່​ໄປ.