ຈີນ​ແລະ​ຫວຽດນາ​ມຈັດການ​​ເຈລະຈາ​ຮອບ​ທີ 4 ຂອງໜ່ວຍ​ງານ​ຊ່ຽວຊານ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ທາງທະ​ເລທີ່​ມີ​ຄວາມອ່ອນ​ໄຫວຕໍ່າ​

(GMT+08:00) 2013-09-27 11:00:23     cri

​ເພື່ອ​ຈັດຕັ້ງ​ປະຕິ​ບັດຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະສັນ​ກັນ​ຂອງ​ຜູ້​ນໍາ​ສອງ​ປະ​ເທ​ດ​ແລະອີງ​ຕາມ​ເນື້ອ​ໃນຂອງ​ ສັນຍາ​ວ່າ​ດ້ວຍຫລັກການ​ພື້ນຖານ​ໃນການ​ຊີ້ນໍາການ​ແກ້​ໄຂ​​ບັນຫາ​ດ້ານ​ທະ​ເລ​ລະຫວ່າງ​ຈີນ​ແລະ​ຫວຽດນາມ ທີ່​ລົງ​ນາມຮ່ວມ​ກັນ​ໃນ​ວັນ​ທີ 11 ຕຸລາ ປີ 2011, ​ແຕ່​ວັນ​ທີ 24 ຫາ​ວັນ​ທີ 26 ກັນຍາ​ນີ້, ໜ່ວຍ​ງານ​ຊ່ຽວຊານ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ທາງ​ທະ​ເລທີ່​ມີ​ຄວາມອ່ອນ​ໄຫວຕໍ່າ​ຈີນ​-ຫວຽດນາມ​ໄດ້​ຈັດການ​​ເຈລະຈາ​ຮອບ​ທີ 4 ​ໃນ​ນະ​ຄວນ​ຫລວງ​ຮ່າ​ໂນ່ຍຂອງຫວ​ຫວຽດນາມ.

ສອງ​ຝ່າ​ຍ​ໄດ້​ແລກປ່ຽນ​ຄໍາ​ຄິດ​ຄໍາ​ເຫັນ​ຢ່າງ​ເລິ​ກ​ເຊິ່ງກ່ຽວ​ກັບ​ໂຄງການ​ການຄົ້ນ​ຄວ້າ​​ແລະ​ການ​ຮ່ວມ​ມື​ໃນ​ດ້ານ​ການ​ຄຸ້ມ​ຄອງສິ່ງແວດ​ລ້ອມທະ​ເລ​ແລະ​ເກາະດອນ​ໃນ​ເຂດ​ອ່າວ​​ເປີ​ຍປູ້ ​ແລະ​​ໂຄງການອື່ນໆ ​ແລະ​​ໄດ້​ບັນລຸ​ຄວາມ​ເປັນ​ເອກະສັນ​ກັນ​ກ່ຽວ​ກັບ​​ເນື້ອ​ໃນ​ຂອງ​ສັນຍາ.

ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ກັນຈະຮ່ວມ​ກັນ​ທໍາ​ຄວາມ​ພະຍາຍາມ, ປະສານ​ງານ​ຢ່າງ​ສະໜິດ​ແໜ້ນ ​ແລະ​ເຊັນ​ສັນຍາ​​ໂດຍ​ໄວ ​ເພື່ອ​ປະຕິບັດ 2 ​ໂຄງກາ​ນຮ່ວມ​ມື​ດັ່ງ​ກາວ​​ພາຍໃນ​ປີ 2013 ນີ້.

ສອງ​ຝ່າຍ​ຈະ​ຈັດການ​​ເຈລະຈາ​ຮອບ​ທີ 5 ຂອງໜ່ວຍ​ງານ​ຊ່ຽວຊານ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ທາງ​ທະ​ເລທີ່​ມີ​ຄວາມ​ອ່ອນ​ໄຫວຕໍ່າ​ໃນ​ທະ​​ເລ ​ໃນ 6 ​ເດືອນ​ຕົ້ນ ປີ 2014.