ກອງ​ປະຊຸ​​ມນັກທຸລະກິດ​ເຊື້ອສາຍ​ຈີນທົ່ວໂລກ​ໄດ້​ອັດ​ລົງ ຍອດ​ມູນ​ຄ່າ​ການ​ລົງທຶນ​ບັນລຸ​ເຖິງປະມານ 132 ຕື້​ຢວນ

(GMT+08:00) 2013-09-27 17:14:01     cri

ຕອນ​ຄໍ່າ​ວັນ​ທີ 26 ກັນຍາ​ນີ້, ກອງ​ປະຊຸ​​ມນັກທຸລະກິດ​ເຊື້ອສາຍ​ຈີນທົ່ວໂລກຄັ້ງ​ທີ 12 ທີ່​ໄດ້ດໍາ​ເນີນ​ເປັນ​ເວລາ 2 ມື້ ​ໄດ້​ອັດ​ລົງຢູ່​ນະຄອນສື​ງຕູ່ ​​ແຂວ​ງ​ເຊ​ສວນ​ຂອງ​ຈີນ. ​ໃນ​ໄລຍະ​ຈັດ​ກອງ​ປະ​ຊູ​ມຄັ້ງ​ນີ້, ​ໄດ້​​ເຊັນ​​ໂຄງການ​ຮ່ວມ​ມື 241 ​ໂຄງການ ​ແລ​ະຍອດ​ມູນ​ຄ່າ​ການ​ລົງທຶນ​​​ໄດ້ບັນລຸ​ເຖິງ 132,3 ຕື້​ຢວນ. ກອງ​ປະຊຸ​ມນັກທຸລະກິດ​ເຊື້ອສາຍ​ຈີນຂອງ​​ໂລກ​ທີ່​ຈັດຂຶ້ນ​ຢູ່​ພາກ​ຕາ​ເວັນ​ຕົກ​ຂອງ​ຈີນ​ເປັນຄັ້ງທໍາ​ອິດ​ນີ້ ​ໄດ້​ສ້າງ​ຄວາມ​ພໍ​ໃຈ​ໃຫ້​ແກ່ນັກທຸລະກິດ​ເຊື້ອສາຍ​ຈີນ​ເປັນ​ຈໍານວນ​ຫລວງຫລາຍ ​ແລະ​ໄດ້​ມີ​ແຂກ​ທັງ​ພາຍ​ໃນ​ແລະ​ຕ່າງ​ປະ​ເທດ 3000 ກວ່າ​ທ່ານ ທີ່​ມາ​ຈາກ 104 ປະ​ເທດ​ແລະ​ພາກພື້ນ​ເຂົ້າຮ່ວມ. ທ່ານ​ກ່ານ​ຫລີ​ນ, ຮອງ​ເຈົ້າ​ແຂວງ​ແຂວງ​ເຊ​ສວນ​ກ່າວ​ວ່າ, ປັດຈຸບັນ​ນີ້, ​ປະລິມານ​ແລະ​ຂະໜາດ​ຂອງນັກທຸລະກິດຕ່າງ​​ປະ​ເທດ​ເຊື້ອສາຍ​ຈີນ​ທີ່​ລົງທຶນ​ຢູ່​ເຊ​ສວນ​ກໍາລັງ​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ຂົງ​ເຂດ​ການ​ລົງທຶນ​ກໍ​ໄດ້​ຮັບ​ການ​ເປີດ​ກວ້າງ ຢ່າງ​ບໍ່​ຢຸດ​ຢັ້ງ​ເຊັ່ນ​ກັນ. ນັກທຸລະກິດ​ຕ່າງ​​ປະ​ເທດເຊື້ອສາຍ​ຈີນ​​ແລະ​​ແຂວງ​ເຊ​ສວນ​ໄດ້​ກ້າວ​ເຂົ້າ​ສູ່​ໄລຍະ​ຂອງ​ການ​ແລ​ກປ່ຽນ​ແລະ​ການ​ຮ່ວມ​ມື​ຮອບດ້ານ.

ກອງ​ປະຊຸ​​ມນັກທຸລະກິດ​ເຊື້ອສາຍ​ຈີນທົ່ວໂລກທີ່​ຈັດ​ຂຶ້ນ​ຢູ່ນະຄອນສື​ງຕູ່ ແຂວ​ງ​ເຊ​ສວນຄັ້ງນີ້ ​ໄດ້​ສ້າງ​ເວ​ທີ​ທີ່​ກວ້າງຂວາງ​​ໃຫ້​ແກ່​ນັກທຸລະກິດ​ເຊື້ອສາຍ​ຈີນ ​ເພື່ອ​ໃຫ້ເຂົ້າ​ຮ່ວມ​ກາ​ນພັດທະນາ​ພາກ​ຕາ​ເວັນ​ຕົກ​ຂອງ​ຈີນຢ່າງ​ຕັ້ງໜ້າ ​ເຊິ່ງຈະ​ຊຸກຍູ້​ໃຫ້​ມີນັກທຸລະກິດ​ເຊື້ອສາຍ​ຈີນທີ່​ຫລາຍ​ກວ່າ​ເກົ່າ​ມາ​ລົງທຶນ​ແລະ​ປະ​ກອບ​ທຸລະ​ກິດ​ຢູ່ພາກ​ຕາ​ເວັນ​ຕົກ​ຂອງ​ຈີນ.