ນະຄອນ​ຈົງ​ກິ່ງ​ຂອງ​ຈີນ​ແລ​ະນະຄອນຫລວງພະນົ​ມ​ເປັນ​ຂ​ອງກໍາ​ປູ​ເຈຍ​ສ້າງ​ສາ​ຍພົວພັນ​ຕົວ​ເມືອງ​ໄມຕີ​ຈິດ​ມິດຕະພາບ

(GMT+08:00) 2013-09-27 17:15:53     cri

ນະຄອນ​ຈົງ​ກິ່ງ​ຂອງ​ຈີນ​ແລ​ະນະຄອນຫລວງພະນົ​ມ​ເປັນ​ຂ​ອງກໍາ​ປູເຈຍຈະສ້າງ​ສາ​ຍພົວພັນ​ຕົວ​ເມືອງ​ໄມຕີ​ຈິດ​ມິດຕະພາບ. ຕອນ​ເຊົ້າ​ວັນ​ທີ 25 ກັນຍາ​ນີ້, ກອງ​ປະຊຸມ​ຄັ້ງ​ທີ 5 ຄະນະກໍາມະການ​ປະ​ຈໍາສະພາ​ຜູ້​ແທນ​ປະຊາຊົນ​ສະ​ໄໝ​ທີ 4 ຂອງນະຄອນ​ຈົງ​ກິ່ງ​ໄດ້​ຜ່ານ​ຍັດຕິ​ດັ່ງ​ກ່າວ. ນະຄອນ​ຫລວງ​ພະນົມ​ເປັນ​ແມ່ນ​ແຫ່ງທີ 2 ຂອງອາຊີ​ຕາ​ເວັນ​ອອກສຽງ​ໃຕ້ທີ່ສ້າງ​ສາ​ຍພົວພັນ​ຕົວ​ເມືອງ​ໄມຕີ​ຈິດ​ມິດຕະພາບກັບ​ຈົ່ງ​ກິ່ງ​​ເຊິ່ງຮອງ​ຈາກຈາກ​ນະຄອນຫລວງ​ບາງກອກ​ຂອງ​ໄທ ​ແລະ​ເປັນ​ນະຄອນ(​ແຂວງ ຫລື​ມູນ​ລະລັດ)ຕ່າງປະ​ເທດ​ທີ 24 ທີ່ ສ້າງ​ສາ​ຍພົວພັນ​ຕົວ​ເມືອງ​ໄມຕີ​ຈິດ​ມິດຕະພາບກັບ​ນະຄອນ​ຈົງ​ກິ່ງ.

ທ່ານ​ຮຸນ​ແຊນ, ນາຍົກ​ລັດ​ຖະມົນຕີ​ກໍາປູ​ເຈຍ​ໄດ້​ມາ​ຢ້ຽມຢາມ​ນະຄອນ​ຈົງ​ກິ່ງ​ໃນ​ປີ 2004 ​ແລະ​​ໄດ້​ຊຸກຍູ້​ໃຫ້​ລັດຖະບານ​ກໍາປູ​ເຈຍສ້າງສະຖານກົງສູນ​ໃຫຍ່​ປະ​ຈໍາ​ນະຄອນ​ຈົງ​ກິ່ງ. ​ໃນປີ 2012, ການ​ແລກປ່ຽນ​ແລະ​ຢ້ຽມຢາມກັນ​​ໃນ​ລະດັບ​ສູງລະຫວ່າ​ງນະຄອນ​ຈົງ​ກິ່ງກັບນະຄອນຫລວງພະນົ​ມ​ເປັນ​ໄດ້​ບັນລຸ​ຄວາມ​ຮັບ​ຮູ້​ທີ່​ເປັນ​​ເອກະສັນ​ກັນ​ໃນ​ການສ້າງ​ສາ​ຍພົວພັນ​​ແບບໄມຕີ​ຈິດ​ມິດຕະພາບ ​ແລະ​ໄດ້​ຮັບ​ການ​ສະໜັບສະໜູນຈາກ​ຜູ້​ນໍາ​ຂອງ​ສອງ​ປະ​ເທດ. ​ໃນປີ 2012, ຍອດມູນຄ່າ​ການ​ນໍາ​ເຂົ້າ​ແລະ​ສົ່ງ​ອອກ​ດ້ານ​ການ​ຄ້າ​ລະຫວ່າງນະຄອນ​ຈົງ​ກິ່ງ​ແລະ​ກໍາປູ​ເຈຍ​ໄດ້​ບັນລຸ​ເກືອບ 44 ລ້ານ​​ໂດ​ລາ.

ກໍາມາ​ທິການ​ວຽກ​ງານ​ການ​ຕ່າງປະ​ເທດ, ວຽກ​ງານ​ຊາວຈີນ​ຕ່າງ​ດ້າວ, ສາສະໜາ​ແລ​ະຊົນ​ເຜົ່າ​ສະພາ​ຜູ້​ແທນ​ປະຊາຊົນ​ຈົງ​ກິ່ງເຫັນ​ວ່າ, ການ​ສ້າງ​ສາ​ຍພົວພັນ​ຕົວ​ເມືອງ​ແບບ​ໄມຕີ​ຈິດ​ມິດຕະພາບຄັ້ງ​ນີ້ ມີ​ຜົນ​ດີ​ຕໍ່​ການ​ຍົກ​ສູງ​ຊື່​ສຽງ​ແລະ​ອິດ​ທິພົນ​ຂອງນະຄອນ​ຈົງ​ກິ່ງ​ໃນ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ​ແລະ​ຍັງ​ມີ​ຜົນ​ດີ​ຕໍ່​ການ​ເພີ່ມ​ທະວີ​ແລະ​ລົງ​​ເລິກ​ການ​ຮ່ວມ​ມືລະຫວ່າງ​ສອງ​ຝ່າຍ​ໃນ​ດ້ານ​ຕ່າງໆ​​ເຊັ່ນ ​ເສດຖະກິດການ​ຄ້າ, ວັດທະນະ​ທໍາ, ການ​ສຶກສາ​, ການທ່ອງທ່ຽວ ​ແລະ​ອື່ນໆ.