ທ່ານ​ຈ່າງ​ເຕີ໋ຈ່ຽງພົບ​ປະ​​ທ່ານ​ຈູມ​ມະ​ລີ ​ໄຊ​ຍະ​ສອນ

(GMT+08:00) 2013-09-28 13:31:12     cri

ວັນ​ທີ 27 ສິງຫາ​ນີ້, ຢູ່ຫໍ​ຮັບ​ແຂກ​ເມືອງ​ຕ້ຽວ​ອີ​ທາຍ, ທ່ານ​ຈ່າງ​ເຕີ໋ຈ່ຽງກຳມະການ​ປະຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີ​ນ,ປະທານສະພາ​ປະ​ຊາ​ຊົນ​​ແຫ່ງ​ຊາດ​ຈີນ​ໄດ້​ພົບ​ປະ​​ທ່ານ​ຈູມ​ມະ​ລີ ​ໄຊ​ຍະ​ສອນ ​ເລຂາ​ທິການ​ໃຫຍ່​ສູນ​ກອງ​ພັກ​ປະຊາຊົນ​ປະຕິ​ວັດ​ລາວ​,ປະທານ​ປະ​ເທດ​ລາວ.

ທ່ານ​ຈ່າງ​ເຕີ໋ຈ່ຽງກ່າວ​ວ່າ, ຈີນ ກັບ ລາວ​ເຄົາລົບ​ເຊິ່ງ​ກັນ​ແລະ​ກັນ, ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ​ແລະ​ກັນ, ​ແລະສະໜັບສະໜູນ​ເຊິ່ງກັນ​ແລະ​ກັນ, ພາຍ​ໃຕ້​ຄວາມ​ພະຍາຍາມ​ຮ່ວມ​ຂອງ​ສອງ​ຝ່າຍ, ການ​ພົວພັນ​ລະຫວ່າງ​ສອງ​ພັກ​ສອງ​ລັດ​ໄດ້​ຮັກສາ​ທ່ວງທ່າ​ພັ​ດະ​ທະ​ນາ​ທີ່​ປອ​ດ​ໄສ. ​ເລັງ​ໃສ່​​ໄລຍະ​ປັດຈຸບັນ, ມຸ້ງ​ໜ້າ​ໄປ​ສູ່ອະນາຄົດ, ກາ​ນ​ເພິ່ມທະວີ​ຄວາມສາມັກ​ຄີ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ສອງ​ພັກ​ສອງ​ລັດຕື່ມອີກ​ແມ່ນ​ສຳຄັນ​​ເປັນ​ພິ​ເສດ. ການ​ພົວພັນລະຫວ່າງສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ ກັບ ສະພາ​ແຫ່ງ​ຊາດ​ລາວມີ​​ໄມຕີ​ຈິດ ​ແລະ ສະໜິດສະໜົມ ​ແລະ ມີ​ການ​ຮ່ວມ​ມື​ອັນ​​ກວ້າງຂວາງ ​ແລະ ​ເລິກ​ເຊິ່ງ, ຫວັງ​ວ່າສະພາ​ສອງ​ປະ​ເທດ​ສາມາດ​ຕັ້ງໜ້າ​ຈັດ​ຕັ້ງ​ປະຕິບັດ​ຄວາມ​ຮັບ​ຮູ້​ຄື​ກັນ​ອັນ​ສຳຄັນ​ທີ່​ສອງ​ພັກ​ສອງ​ລັດ​ໄດ້​ກ້າວ​ເຖິງ​ຂັ້ນ​ຕົກລົງກັນ​ເທື່ອ​ນີ້, ​​ເປີດ​ກວ້າງ​ເນື້ອ​ໃນ​ການ​ແລ​ກປ່ຽນ, ຍົກ​ສູງ​ປະສິດທິ​ພາບ​ຂອງ​ການ​ຮ່ວມ​ມື, ຊຸກ​ຍູ້​ການ​ພົວພັນໝູ່ຄູ່​ຮ່ວມ​ມື​ຍຸດ​ທະ​ສາດຮອບດ້ານ​ລະຫວ່າງ​ຈີນ ກັບ ລາວ​ຂະຫຍາຍ​ໄປ​ສູ່​ຂົງ​ເຂດ​ທີ່​ກວ້າງຂວາງ​ກວ່​າ​ເກົ່າ, ວັກ​ຕອນ​ທີ່​ເລິກ​ເຊິ່ງກວ່າ​ເກົ່າ​ ​ແລະ ລະດັບ​ທີ່​ສູງ​ກວ່າ​ເກົ່າ.

ທ່ານ​ຈູມ​ມະ​ລີ ​ໄຊ​ຍະ​ສອນ​ກ່າວ​ວ່າ, ການ​ຢ້ຽມຢາມ​ເທື່ອ​ນີ້​ໄດ້ຮັບຜົນງານ​ອັນ​ອຸດົມສົມບູນ, ​ໄດ້​ເສີມພະລັງ​ແຮ່ງ​ອັນ​ໃຫຍ່​ຫຼວງ​ໃສ່​ການ​ພົວພັນ​ລາວ-​ຈີນ. ສະພາ​ແຫ່ງ​ຊາດ​ລາວ​ຍິນ​ດີ​ລົງ​ເລິກ​ການ​​ແລກປ່ຽນ ​ແລະ ການ​ຮ່ວມ​ມື​ກັບ​ສະພາ​ປະຊາຊົນ​​ແຫ່ງ​ຊາດ​ຈີນ​ຢ່າງຮອບດ້ານ.