ໂຄ​ສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ​ປະ​ເທດ​ທີ່​ຫວັງຢາກ​ເສີມ​ຂະ​ຫຍາ​ຍບົດບາດ​​ໃຫຍ່​ກວ່າ​ເກົ່າ​ຢູ່​ສະພາ​ຄວາ​ມໝັ້ນຄົງນັ້ນ​ຄວນເຄົາລົບ​ປະ​ຫວັດ​ສາດ​ກ່ອນ

(GMT+08:00) 2013-09-28 14:28:11     cri

ຕາມ​ຂ່າວCRI: ​ຂ່າວ​​ແຈ້ງວ່າ, ​ໃນ​ເວລາ​ກ່າວຄຳ​ປາ​ໄສ​ໃນ​ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ, ທ່ານ​ຊິນ​ຈຸ ອາ​ເປ ນາຍົກລັດຖະມົນຕີຍີ່ປຸ່ນ​ກ່າວ​ວ່າ, ຕ້ອງດຳ​ເນີ​ນການ​ປະຕິ​ຮູບ​ສະພາ​ຄວາ​ມໝັ້ນຄົງ​ສະຫະ​ປະຊາ​ຊາດ, ຫວັງວ່າ​ປະຊາ​ຄົມ​ໂລກມີ​ຄວາມ​ເຂົ້າ​ໃຈ​ຕໍ່ຍີ່ປຸ່ນ​​ເຂົ້າ​ເປັນສະມາຊິກ​ຖາວອນ.

ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນວັນ​ທີ 27 ກັນຍາ​ນີ້, ​ໃນ​ເວລາວິຈານ​ເລື່ອງ​ນີ້, ທ່າ​ນຮົງ​ເຫລີ​ຍ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, "ກ່ຽວ​ກັບ​ບັນຫາ​ປະຕິ​ຮູບສະພາ​ຄວາມ​ໝັ້ນຄົງ​,ຈີນ​ມີ​ຫຼັກ​ໝັ້ນຢ່າງ​ສ​ະ​ເໝີ​ຕົ້ນ​ສະ​ເໝີ​ປາຍ,ບໍ່​​ມີ​ການ​ປ່ຽນ​ແປງ​ເທື່ອ.ການ​ປະຕິ​ຮູບຂອງ​ສະພາ​ຄວາ​ມໝັ້ນຄົງ​ກ່ຽວ​ພັນ​ເຖິງ​ການ​ພັດທະນາ​​ຂອງ​ສະຫະ​ປະຊາ​ຊາດ​ໃນ​ໄລະຍະຍາວ​ນານ ພ້ອມ​ທັງ​ຜົນ​ປະ​ໂຫຍ​ດຕິດ​ຕົວ​ຂອງ​193 ປະ​ເທດ​ສະມາຊິກ, ຕ້ອງດຳ​ເນີນ​ການ​ປຶກສາ​ຫາລື​​ຢ່າງປະຊາ​ທິປະ​ໄຕ, ກ້າວ​ເຖິງ​ຂັ້ນ​ມີ​ຄວາມ​ຮັບ​ຮູ້​ຄື​ກັນ​​ໂດຍ​ທົ່ວ​ໄປ.ປະ​ເທດ​ສະມາຊິກສະຫະ​ປະຊາ​ຊາດ​ໃດໆ, ລວມທັງປະ​ເທດ​ທີ່ຫວັງ​ຢາກ​ເສີມ​ຂະ​ຫຍາ​ຍບົດບາດ​​ໃຫຍ່​ກວ່າ​ເກົ່າຢູ່​ສະພາ​ຄວາມ​ໝັ້ນຄົງນັ້ນ, ຄວນ​ເຄົາ​ຄົບ​ປະຫວັດສາດ​ກ່ອນ, ທ້າທາຍ​ເກາະ​ຜິດກັບຜົນ​ໃນ​ໄຊ​ຊະນະ​ທີ່​ຍາດ​ມາ​​ໄດ້ສົງຄາມ​ຕ້ານຟັດຊິດຂອງໂລກບໍ່​ໄດ້".