ອົງການ​ຈັດຕັ້ງທາງ​ສັງຄົມ​ຍີ່ປຸ່ນ​ອອກ​ຖະ​ແຫຼງການ​ດ່ວນ​ເພື່ອ​ກ່າວ​ປະນາມ​ທ່ານ​ຊິນ​ໂຈ ອາ​ເບະທີ່​ກ່າວ​ປາຖະກະຖາ​ຢູ່​ສະມັດຊາໃຫຍ່ ສປຊ

(GMT+08:00) 2013-09-29 14:57:12     cri

ຕອນ​ບ່າຍ​ວັນ​ທີ 26 ກັນຍາ​ນີ້ຕາມ​ເວລາ​ທ້ອງ​ຖິ່ນ, ທ່ານ​ຊີ​ນ​ໂຈ ອາ​ເບະ, ນາຍົກລັດ ຖະມົນຕີຍີ່ປຸ່ນ​ໄດ້​ກ່າວ​ປາຖະກະຖາ​ຢູ່​ສຳນັກງານ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ທີ່​ນິວຢອກ​ອາ​ເມ​ລິ​ກາ, ​​ເຊິ່ມີ​ບາງ​ຕອນ​​ໄດ້​ເນັ້ນໜັກ​​ວ່າ​ຕ້ອງ​ສະ​ໜັບສະ​ໜູນ​ການ​ພັດທະນາ​ຂອງ​ແມ່ຍິງ, ປ້ອງກັນບໍ່​ໃຫ້​ເກີດ​ເຫດການ​​ໃຊ້​ຄວາມ​ຮຸນ​ແຮງທາງ​ເພດ​ຕໍ່​​ແມ່ຍິງ ​ແລະ​ອື່ນໆ. ​ແຕ່​ຄຳ​ເວົ້າດັ່ງກ່າວຂອງ​ທ່ານ​ຊີ​ນ​ໂຈ ອາ​ເບະ ​ໄດ້​ຖືກອົງການ​ຈັດຕັ້ງທາງ​ສັງຄົມ​ຂອງ​ຍີ່ປຸ່ນ​ທີ່​ມີ​ຊື່ວ່າ "ການ​ເຄື່ອນ​ໄຫວ​ທົ່ວ​ປະ​ເທດ​ເພື່ອ​ແກ້​ໄຂ​ບັນຫາ​ນາງ​ບຳ​ເລີ​ກອງທະຫານ​ຍີ່ປຸ່ນ" ກ່າວ​ປະນາມ​ຢ່າງ​ຮຸນ​ແຮງ, ​ອົງການ​ຈັດຕັ້ງດັ່ງກ່າວ​ໄດ້​ອອກ​ຖ​ະ​ແຫຼງການ​ດ່ວນໃນ​ຫວ່າງ​ມໍ່ໆ​ມາ​ນີ້​ ​ເພື່ອ​ກ່າວ​ປະນາມ​ທ່ານ​ຊີ​ນ​ໂຈ ອາ​ເບະ​ມີ​ສອງ​ທ່າ​ທີ​ທີ່​ແຕກ​ຕ່າງ​ກັນຕໍ່​ພາຍ​ນອກ​ແລະ​ພາຍ​ໃນ ​ໃນ​ບັນຫາ​ປ້ອງ​ກັນ​ບໍ່​ໃຫ້​ເກີດ​ເຫດການ​​ໃຊ້​ຄວາມຮຸນ​ແຮງທາງ​ເພດ​ຕໍ່​​ແມ່ຍິງ.

​ໃນ​ຖະ​ແຫຼງການ​ດ່ວນ, ອົງການ​ຈັດຕັ້ງດັ່ງກ່າວ ​ໄດ້​ຂຽນ​ວ່າ: "ຖ້າ​ລັດຖະບານ​ຫວັງ​ຢາກ​ມີ​ການປະກອບສ່ວນ​ໃນ​ບັນຫາ​ປ້ອງ​ກັນ​ບໍ່​ໃຫ້​ເກີດ​ເຫດການ​ໃຊ້​ຄວາມຮຸນ​ແຮງ​ທາງ​ເພດຕໍ່​​ແມ່ຍິງ​ແລ້ວ, ກໍຄວນ​ແກ້​ໄຂ​ບັນຫາ "ນາງ​ບຳ​ເລີກ​ອງທະຫານ" ທີ່​ຕົກ​ທອດ​ມາ​ແຕ່​ສະ​ໄໝສົງຄາມ​ໂລກ​ຄັ້ງທີ 2 ຢ່າງ​ເໝາະ​ສົມ​ກ່ອນ."

​ໃນຖະ​ແຫຼງການຍັງ​ໄດ້​ຊີ້​ອອກ​ວ່າ: ຈົນ​ຮອດ​ປັດຈຸບັນ, ຍີ່ປຸ່ນ​ກໍ​ຍັງ​ບໍ່​ທັນ​ໄດ້​​ໄຊ້​ແທນຢ່າງ​ເໝາະ​ສົມຕໍ່​ "ນາງ​ບຳ​ເລີ" ແລະ ຟື້ນ​ຟູກຽດສັກ ສີຂອງເຂົາເຈົ້າເທື່ອ, ພຽງແຕ່​ໄດ້​​ໄຊ້​ແທນ​ "ນາງ​ບຳ​ເລີ" ທີ່​ຍັງ​ມີ​ຊີວິດ​ຢູ່ບາງ​ຄົນ ​ໂດຍຜ່ານການ​ບໍລິຈາກ​ຂອງ​ເອກະ​ຊົນ ຫາກ​ບໍ່​ແມ່ນຜ່ານ​ວິທີ​ການ​ສ້າງຕັ້ງກອງ​ທຶນ​ສະ​ເພາະ​ແຫ່ງ​ຊາດ.

ອົງການ​ຈັດຕັ້ງ "ການ​ເຄື່ອນ​ໄຫວ​ທົ່ວ​ປະ​ເທດ​ເພື່ອ​​ແກ້​ໄຂ​ບັນຫາ​ນາງ​ບຳ​ເລີກ​ອງທະຫານ​ຍີ່ປຸ່ນ" ​ໄດ້​ສ້າງຕັ້ງຂຶ້ນ​ເປັນ​ເວລາ 20 ກວ່າ​ປີ​ແລ້ວ, ​​ເພື່ອສຸມ​ໃສ່​ການ​ປົກປັກ​ຮັກສາ​ສິດທິ​ຂອງ​​ແມ່ຍິງ​​ປະ​ເທດ​​ອາຊີທີ່ຖືກ​ບັງຄັບ​​​ໃຫ້ເປັນ​ນາງ​ບຳ​ເລີກ​ອງທະຫານ ​ໃນ​ສະ​ໄໝ​ສົງຄາມ​ໂລກ​ຄັ້ງທີ​ 2.