ລັດຖະບານ​ຟິລິບ​ປິນປະກາດວ່າ​ວິ​ກິດ​ການ​ຕົວ​ປະກັນຊຳ​ໂບນກາສິ້ນ​ສຸດ​ລົງ​ແລ້ວ

(GMT+08:00) 2013-09-29 14:58:58     cri

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 28 ກັນຍາ​ນີ້, ທຳນຽບປະທານາທິບໍດີ​ຟິລິບ​ປິນ ກ່າວ​ວ່າ: ກອງທັບ​ລັດຖະບານ​ໄດ້​ຊ່ວຍ​ເຫຼືອປະຊາ ຊົນປະມານ 200 ຄົນ​ທີ່​ຖືກ "​ແນວ​ໂຮມ​ປົດ​ປ່ອຍ​ຊາດ​ໂມ​ໂຣ" ​ເຊິ່ງ​ເປັນ​ກຸ່ມ​ປະກອບ​ອາວຸດ​ຕໍ່ຕ້ານລັດຖະບານ​ກັກ​ເປັນ​ຕົວ​ປະກັນ​ນັ້ນ​ໄດ້​ທັງ​ໝົດ​ແລ້ວ, ວິ​ກິດ​ການ​ຕົວ​ປະກັນ​ຊຳ​ໂບນກາ​ທີ່​ຍືດ​ເຍື້ອມາ​ເປັນ​ເວລາ​​ເກືອບ 3 ອາທິດ​ກໍ​ໄດ້​ສິ້ນ​ສຸດ​ລົງ. ລັດຖະບານ​ຟິລິບ​ປິນກຳລັງ​ນຳ​ຈັບ​ຜູ້​ປະກອບອາວຸດຂອງ "​​ແນວ​ໂຮມ​ປົດ​ປ່ອຍ​ຊາດ​ໂມ​ໂຣ" ທີ່​ຍັງ​ເຫຼືອຢູ່.

​ເຈົ້າໜ້າ​ທີ່​ຕຳຫຼວດຟິລິບ​ປິນ​ໄດ້​ປະກາດຕົວ​ເລກຫຼ້າສຸດ​ໃຫ້​ຮູ້​ວ່າ: ນັບ​ແຕ່​ລັດຖະບານ​ຟິລິ​ບ ປິນກັບ​ຜູ້​ປະກອບ​ອາວຸດຂອງ "​ແນວ​ໂຮມ​ປົດ​ປ່ອຍຊາດ​ໂມ​ໂຣ" ​ເກີດ​ການ​ປະ​ທະ​ກັນ​ຢູ່​ເມືອງ​ຊຳ​ໂບ​ນກາ​ເມື່ອ​ວັນ​ທີ 9 ກັນຍາ​ນີ້​ເປັນຕົ້ນມາ, ຢ່າງ​ໜ້ອຍ​ມີ 200 ຄົນ​ເສຍ​ຊີວິດ, ​ໃນ​ນັ້ນມີ 167 ຄົນ​ແມ່ນ​ຜູ້​ປະກອບ​ອາວຸດຂອງ "​ແນວ​ໂຮມ​ປົດ​ປ່ອຍ​ຊາດ​ໂມ​ໂຣ", ສ່ວນ​ເຫຼືອນັ້ນ​ແມ່ນ​ທະຫານ, ຕຳຫຼວດ ​ແລະ ປະຊາຊົນ​ທົ່ວ​ໄປ. ​ໃນ​ການ​ເຄື່ອນໄຫວຊຳ​ໂບນກາ​ໃນ​ຄັ້ງນີ້, ​ໄດ້​ຊ່ວຍ​ເຫຼືອກູ້​ເອົາ​ຕົວ​ປະກັນ​​ໄດ້ປະມານ 200 ຄົນ, ນອກ​ນີ້​ມີ​ຜູ້​ປະກອບ​ອາວຸດຂອງ "​ແນວ​ໂຮມ​ປົດ​ປ່ອຍ​ຊາດ​ໂມ​ໂຣ" ປະມານ 270 ຄົນ​ຖືກ​ລັດຖະບານ​ຈັບ​ເປັນ​ຊະ​ເລີຍ​ເສິກ.

ທ່ານ​ ​ໂດ​ມິ​ງ​ໂກ ຕູ​ຕາ​ອັນ, ​ໂຄສົກ​ກອງທັບ​ລັດຖະບານ​ຟິລິບ​ປິນ ກ່າວ​ວ່າ: ປັດຈຸບັນ​ນີ້, ກອງທັບ​ແລະ​ຕຳຫຼວດຟິລິບ​ປິນກຳລັງ​ດຳ​ເນີນ​ການ​ເຄື່ອນ​​ໄຫວກວາດ​ລ້າງ​ຢູ່​ເມືອງ​ຊຳ​ໂບນກາ, ​ເພື່ອ​ກຳຈັດ​ຜູ້​ປະກອບ​ອາວຸດຂອງ "​ແນວ​ໂຮມ​ປົດ​ປ່ອຍ​ຊາດ​ໂມ​ໂຣ" ທີ່​ຍັງ​ເຫຼືອ​ແລະ​ລີ້​ຊ່ອນ​ຢູ່ໃນ​ເມືອງ​ດັ່ງກ່າວ​ນັ້ນ​ໃຫ້​ໝົດ.