ທ່ານ​ປະທານ​ສີ​ຈິ້ນ​ຜິ​ງ ຈະຢ້ຽມຢາມ​ອິນ​ໂດ​ເນ​ເຊຍ​ ​ເປັນ​ເຫດການ​ສຳຄັນ​ໃນ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດຈີນ-​ອິນ​ໂດ​ເນ​ເຊຍ

(GMT+08:00) 2013-09-29 15:01:19     cri

ຕາມ​ຂ່າວສານ​ຊິນ​ຮວາ: ​ເນື່ອງ​ໃນ​ໂອກາດທ່ານ​ສີ​ຈິ້ນ​ຜິ​ງ, ປະທານ​ປະ​ເທດ​ຈີນ ຈະ​ເດີນທາງ​ໄປ​ຢ້ຽມຢາມ​ອິນ​ໂດ​ເນ​ເຊຍ​ໃນ​​ໄວໆ​ນີ້, ທ່ານຫຼິວຈ້ຽນຊາວ, ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ອິນ​ໂດ​ເນ​ເຊຍ ​ໄດ້​ໃຫ້​ສຳພາດ​ຕໍ່​ສື່​ມວນ​ຊົນ​ຈີນ​ໃນວັນ​ທີ 29 ກັນຍາ​ນີ້​ວ່າ: ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ ຊູຊີ​ໂລ ບຳບັງ ຢຸດ​ໂຮ​ໂຢ​ໂນ, ປະທານາທິບໍດີ​ອິນ​ໂດ​ເນ​ເຊຍ, ທ່ານ​ສີ​ຈິ້ນ​ຜິ​ງ, ປະທານ​ປະ​ເທດ​ຈີນ ຈະ​ເດີນທາງ​ໄປ​ຢ້ຽມຢາມ​ອິນ​ໂດ​ເນ​ເຊຍ​ທາງ​ລັດຖະກິດ​ໃນຕົ້ນ​ເດືອນ​ຕຸລາ​ນີ້, ​ແມ່ນ​ເຫດການ​ສຳຄັນ​ໃນ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຈີນ-ອິນ​ໂດ​ເນ​ເຊຍ, ມີ​ຄວາມ​ໝາຍ​ອັນ​ເລິກ​ເຊິ່ງຍາວ​ໄກ.

ທ່ານຫຼິວຈ້ຽນຊາວ ກ່າວ​ວ່າ: ອິນ​ໂດ​ເນ​ເຊຍ​ແມ່ນ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ປະ​ເທດ​ທຳ​ອິດ ທີ່​ທ່ານ​ ​ສີ​ຈິ້ນ​ຜິ​ງ ຈະ​ໄປ​ຢ້ຽມຢາມ ພາຍຫຼັງຂຶ້ນຮັບຕຳ​ແໜ່​ງປະທານ​ປະ​ເທດ​ຈີນ, ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ເຕັມ​ສ່ວນ​ເຖິງ​ຖານະ​ສຳຄັນ​ຂອງ​ອິນ​ໂດ​ເນ​ເຊຍ​ໃນ​ຍຸດ​ທະ​ສາດ​ການ​ຕ່າງປະ​ເທດ​ກັບປະ​ເທດ​ອ້ອມ​ຂ້າງ​ຂອງ​ຈີນ. ​ໃນ​ໄລຍະ​ຢ້ຽມຢາມ, ທ່ານ​ປະທານ​ສີ​ຈິ້ນ​ຜິ​ງ ຈະ​ແລກປ່ຽນ​ຄວາມ​ເຫັນ​ຢ່າງ​ເລິກ​ເຊິ່ງກັບ​ຝ່າຍ​ອິນ​ໂດ​ເນ​ເຊຍ ກ່ຽວ​ກັບ​ການ​ພັດທະນາ​ການ​ພົວພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ລະຫວ່າງ​ຈີນ-ອິນ​ໂດ​ເນ​ເຊຍ​ໃນ​ອະນາຄົດ ​ແລະ ບັນຫາ​ສາກົນ​ແລະ​ພາກ​ພື້ນທີ່​ສຳຄັນ​ທີ່​ສອງ​ຝ່າຍ​ສົນ​ໃຈ​ຮ່ວມ​ກັນ. ​ເຊື່ອ​ວ່າ ຜ່ານ​ການ​ທຳ​ຄວາມ​ພະຍາຍາມ​ຮ່ວມຂອງ​ສອງ​ຝ່າຍ, ການ​ຢ້ຽມຢາມ​ໃນ​ຄັ້ງນີ້​ຈະ​ໄດ້​ຮັບ​ໝາກຜົນ​ອັນອຸດົມສົມບູນ, ຊຸກ​ຍູ້​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈທາງ​ຍຸດ​ທະ​ສາດ​ເຊິ່ງກັນ​ແລະ​ກັນ, ຮັດ​ແໜ້ນ​ການ​ຮ່ວມ​ມື​ທາງ​ຍຸດ​ທະ​ສາດ​ໃນ​ຂົງ​ເຂດ​ຕ່າງໆ, ພັດທະນາ​ການ​ພົວພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ຂຶ້ນສູ່ລະດັບ​​ໃໝ່, ​ແລະ​ກາຍ​ເປັນຂີດ​ໝາຍ​ໃໝ່​ໃນ​ປະຫວັດ​ການ​ພັດທະນາ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຈີນ-ອິນ​ໂດ​ເນ​ເຊຍ.

ທ່ານຫຼິວຈ້ຽນຊາວ ກ່າວ​ວ່າ: ປີ​ນີ້​ແມ່ນ​ປີ​ທີ 10 ​ແຫ່ງ​ການ​ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ລະຫວ່າງ​ຈີນ-ອາ​ຊຽນ. ​ໃນ 10 ປີຜ່ານມາ​ແມ່ນ "10 ປີ​ຄຳ" ​ແຫ່ງ​ການ​ພົວພັນ​ລະຫວ່າງ​ຈີນ-ອາ​ຊຽນ. ຈີນ​ຍິນ​ດີ​​ທຳ​ຄວາມ​ພະຍາຍາມຮ່ວມ​ກັນ​ກັບ​ອິນ​ໂດ​ເນ​ເຊຍ, ຍົກ​ລະດັບ​ການ​ພົວພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ລະຫວ່າງ​ສອງ​ປະ​ເທດ​ຢ່າງ​ບໍ່​ຢຸດ​ຢັ້ງ, ປະກອບສ່ວນຢ່າງ​ຕັ້ງໜ້າ​ຕໍ່​ການ​ສ້າງ "10 ປີ​ເພັດ​ພອຍ" ​​ແຫ່ງ​ການ​ພົວພັນ​ລະຫວ່າງຈີນ-ອາ​ຊຽນ​ໃນ​ອະນາຄົດ.