ປະທານປະເທດຈີນຈະ​ເດີນທາງ​ໄປ​ຢ້ຽມຢາມ​ອິນ​ໂດ​ເນ​ເຊຍ, ມະ​ເລ​ເຊຍ​ແລະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດຍອດ​ບໍ່​ເປັນ​ທາງ​ການ​ຄັ້ງ​ທີ21ຂອງ​ອົງການAPEC

(GMT+08:00) 2013-09-29 13:54:22     cri
ຕາມ​ຂ່າວCRI: ວັນ​ທີ29ກັນຍາ​ນີ້, ທ່ານ​ສິນ​ກາງ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ປະກາດ​ວ່າ, ​ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ຊູຊີ​ໂຣ ບາ​ມບາງ ຢຸດ​ໂຮ​ໂຢ​ໂນ, ປະທານາທິບໍດີ​ອິນ​ໂດ​ເນ​ເຊຍແລະທ່ານ​ທູ​ອານ​ຄູ ອັບ​ດູ​ນ ຮາ​ລີ​ມ ມູອາ​ຈາມ ຊານ, ປະມຸກ​ລັດສູງ​ສຸດ​ມະ​​ເລ​ເຊຍ, ທ່ານ​ສິຈິ້ນ​ຜິ​ງ, ປະທານ​ປະ​ເທດ​ຈີນ​ຈະ​ເດີນທາງ​ໄປ​ຢ້ຽມຢາມທາງລັດຖະກິດຕໍ່​ສອງ​ປະ​ເທດ​ດັ່ງກ່າວ​ແຕ່​ວັນ​ທີ2ຫາ​ວັນ​ທີ8ຕຸລາ​ໜ້າ​ນີ້​ແລະຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດຍອດບໍ່​ເປັນ​ທາງ​ການ​ຄັ້ງ​ທີ21ຂອງ​ອົງການ​ຮ່ວມ​ມືດ້ານ​ເສດຖະກິດອາຊີ​ປາຊີ​ຟິກຫຼືAPECຢູ່​ເກາະ​ບາ​ຣີແຫ່ງອິນໂດເນເຊຍ