ທ່ານບັນກີມູນເຕືອນໃຫ້ຝ່າຍຕໍ່ຕ້ານລັດຖະບານຊີຣີສາມັກຄີກັນເຂົ້າຮ່ວມກອງປະຊຸມເຊີແນວ

(GMT+08:00) 2013-09-29 13:55:42     cri
ຕາມຂ່າວCRI: ຫຼັງຈາກສະພາຄວາມໝັ້ນຄົງອົງການສະຫະປະຊາຊາດໄດ້ຮອງຮັບມະຕິກ່ຽວກັບບັນຫາອາວຸດເຄມີຂອງຊີຣີ, ອົງການ​ສະຫະ​ປະຊາ​ຊາດ​ກຳລັງ​ຕັ້ງໜ້າ​ກະກຽມ​ກອງ​ປະຊຸມ​ເຊີ​ແນວ​ຄັ້ງ​ທີ2​ເພື່ອ​ສະ​ແຫວ​ງຫາ​ແຜນການ​ແກ້​ໄຂວິ​ກິດ​ການ​ຊີຣີ​ທາງ​ການ​ເມືອງ​. ທ່ານ​ບັນ​ກີ​ມູນ, ​ເລຂາທິການ​ໃຫຍ່​ອົງການສະຫະ​ປະຊາ​ຊາດ​ເຕືອນ​ໃຫ້​ຝ່າຍ​ຕໍ່ຕ້ານ​ລັດຖະບານ​ຊີຣີຈົ່ງຈັດຕັ້ງ​ຄະນະ​ຜູ້​ແທນທີ່ເປັນເອກະພາບກັນຄະນະ​ໜຶ່ງ​ເພື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມ​​ເຊີ​ແນວໃນຄັ້ງນີ້.

​ໃນ​ວັນ​ທີ28ກັນຍາ​ນີ້​ຕາມ​ເວລາ​ທ້ອງ​ຖິ່ນ, ທ່ານ​ບັນ​ກີ​ມູນ​ໄດ້​ພົບ​ປະ​ກັບ​ທ່ານ​ອາມາດ ອານ ຈາ​ບາ, ປະທານ "ສະຫະພັນ​ທົ່ວ​ປະ​ເທດ" ​ເຊິ່ງ​ເປັນອົງການຈັດຕັ້ງ​ຕົ້ນຕໍ​ຂອງ​ຝ່າຍ​ຕໍ່ຕ້ານ​ລັດຖະບານ​ຊີຣີ. ທ່ານ​ບັນ​ກີ​ມູນ​ສະ​ແດງ​ຄວາມ​ຊົມເຊີຍຕໍ່​ການ​ຕົກລົງ​ຂອງທ່ານ​ອາມາດ ອານ ຈາ​ບາ​ທີ່ຈະ​ສົ່ງ​ຄະນະ​ຜູ້​ແທນ​ເພື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສາກົນ​ເຊີ​ແນວ, ພ້ອມ​ກັນ​ນັ້ນ​ເຕືອນ​ໃຫ້"ສະຫະພັນທົ່ວປະເທດ"ເຊັນສັນຍາກັບ​ອົງການ​ຕໍ່ຕ້ານ​ລັດຖະບານ​ອື່ນໆ​, ປະກອບ​ເປັນ​ຄະນະ​ຜູ້​ແທນທີ່ເປັນເອກະພາບກັນ. ​ໃນ​ເວລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ, ທ່ານ​ບັນ​ກີ​ມູນ​ກ່າວ​ວ່າ, ຝ່າຍ​ຕໍ່ຕ້ານ​ລັດຖະບານ​ຊີຣີຄວນ​ປັນ​ເອກະ​ພາບ​ກັນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ເຊີ​ແນວ​ຄັ້ງ​ທີ2.

ປະຊາ​ຄົມ​ໂລກ​ກຳລັງ​ຕັ້ງໜ້າ​ຊຸກຍູ້​ໃຫ້​ກອງ​ປະຊຸມ​ເຊີ​​ແນວ​ຈັດ​ຂຶ້ນ​ມາ​ໂດຍ​ຕະຫຼອດ, ລັດຖະບານ​ຊີຣີສະແດງຄວາມຍິນດີສົ່ງ​ຜູ້​ຕາງໜ້າ​ເຂົ້າ​ຮ່ວມ, ແຕ່ຝ່າຍ​ຕໍ່ຕ້ານ​ລັດຖະບານ​ລັ່ງເລໃຈຕະຫຼອດມາ. ປະຈຸ​ບັນ​ນີ້, ຝ່າຍ​ຕໍ່ຕ້ານ​ລັດຖະບານ​ທີ່​ໄດ້​ແຕກແຍກ​ກັນ​ຢ່າງ​ສິ້ນ​ເຊີງນັ້ນຈະ​​ເຂົ້າ​ຮ່ວມ​ການ​ເຈລະຈາ​ສັນຕິ​​ພາບແນວ​ໃດຈະ​ກາຍ​ເປັນ​ການ​ຂົ່ມຂູ່​ໃໝ່​ຕໍ່ຄວາມ​ພະຍາຍາມ​ແຫ່ງການ​ແກ້​ໄຂ​ວິ​ກິດ​ການ​ຊີຣີ​ໂດຍ​ສັນຕິ​.、