ເຂດທົດລອງການຄ້າເສລີ(ຊຽງໄຮ)ຈີນເປີດປ້າຍຢ່າງເປັນທາງການໃນວັນທີ29ກັນຍານີ້

(GMT+08:00) 2013-09-29 13:58:05     cri


ຕາມຂ່າວCRI: ໃນວັນທີ29ກັນຍານີ້, ເຂດທົດລອງການຄ້າເສລີ(ຊຽງໄຮ)ຈີນໄດ້ເປີດປ້າຍ​ຢ່າງ​ເປັນ​ທາງ​ການ. ຢູ່​ບ່ອນ​ຈັດ​ພິທີ​ມີ​ວິ​ສາ​ຫະກິດ36​ແຫ່ງ​ໄດ້​ຮັບ​​ໃບຢັ້ງຢືນ​ການ​ອະນຸມັດ​ໃຫ້​ດຳ​ເນີນ​ທຸລະ​ກິດ, ​ໃນນັ້ນ​ມີ11​ແຫ່ງ​ເປັນ​ວິ​ສາ​ຫະກິດ​ຮ່ວມ​ທຶນ​ຈີນ​ຕ່າງປະ​ເທດ, ວິ​ສາ​ຫະກິດ​ທຶນ​ຕ່າງປະ​ເທດ.