ພາກ​ໃຕ້​ປາ​ກີ​ສະຖານ​ເກີດ​ໄພ​ແຜ່ນດິນ​ໄຫວ​ຄັ້ງ​ໃໝ່ທີ່ວັດ​ແຮງ​ສັ່ນ​ສະ​ເທືອ​ນ​ໄດ້6,8ລິກ​ເຕີ​

(GMT+08:00) 2013-09-29 15:20:41     cri

ຕາມ​ຂ່າວCRI: ຫຼັງຈາກ​ວັນ​ທີ24​​ໄດ້​ເກີດໄພ​ແຜ່ນດິນ​ໄຫວ​ຂັ້ນ7,7ລິກ​ເຕີ​ແລ້ວ, ​ໃນ​ຕອນ​ບ່າຍ​ວັນ​ທີ28ກັນຍາ​ນີ້, ​ເຂດ​ແຄ້ວ​ນດຽວ​ກັນ​ທີ່​ພາກ​​ໃຕ້​ຂອງ​ປາ​ກີ​ສະຖານ​ກໍໄດ້​ເກີດ​​ໄພແຜ່ນດິນ​ໄຫວ​ຂຶ້ນ​ອີກ​ສາມາດ​ວັດ​ແທກ​ໄດ້6,8ລິກ​ເຕີ, ຜູ້​ຊ່ຽວຊານ​ກ່າວວາ, ​​ແຜ່ນດິນ​ໄຫວ​ທີ່​ເກີດ​ຂຶ້ນ​ໃນ​ວັນ​ທີ28​ກັນຍາ​ນີ້ແມ່ນ​ແຜ່ນດິນ​ໄຫວ​ເອກະລາດຄັ້ງໜຶ່ງ, ບໍ່​​ແມ່ນການ​ສັ່ນ​ສະ​ເທືອ​ນຕາມ​ຫຼັງ​ຂອງ​ໄພ​ແຜ່ນດິນ​ໄຫວ​ຮຸນ​ແຮງ​ທີ່​ເກີດ​ຂຶ້ນ​ໃນ​ວັນ​ທີ24ກັນຍາ​ນີ້.

ຕອນ​ຄ່ຳ​ວັນ​ທີ28ກັນຍາ​ນີ້ຕາມ​ເວລາ​ປາ​ກີ​ສະຖານ, ຍົນ​ບັນທຸກ​ວັດຖຸ​ຊ່ວ​ຍ​ເຫຼືອ​ຕ້ານ​ໄພ​ແຜ່​ນດິນ​ໄຫວ​​ເພື່ອກູ້​ໄພ​ຂອງ​ຈີນ​ງວດ​ທຳ​ອິດ​ໄດ້ລົງຈອດ​ຢູ່​ສະໜາມ​ບິນຂອງ​ປາ​ກີ​ສະຖານ​ຕາມ​ເວລາ​ກຳນົດ.


ທ່ານ​ໝາ ຢາ ​ໂອ, ກົງສຸນ​ໃຫຍ່​ຈີນກ່າວ​ວ່າ, ຜູ້ນຳ​ຈີນ​ໄດ້​ເອົາ​ໃຈ​ໃສ່​ສະພາບ​ການ​ປະສົບ​ໄພ​ຂອງ​ປາ​ກີ​ສະຖານ​ໃນ​ລະດັບ​ສູງ​ຄັ້ງ​ນີ້, ຫວັງຢາກ​ໃຫ້​ຜ່ານ​ການ​ຊ່ວຍ​ເຫຼືອ​ຕົວ​ຈິງ​​ເພື່ອຊ່ວຍ​ໃຫ້​ປາ​ກີ​ສະຖານສາມາດ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ໄປ​ໄດ້. ຈີນ​ກາຍ​ເປັນ​ປະ​ເທດ​ທຳ​ອິດ​ທີ່​ໃຫ້ການ​ຊ່ວຍ​ເຫຼືອ​ຕົວ​ຈິງ​​ແກ່​ປາ​ກີ​ສະຖານ​ຫຼັງ​ຈາກ​ປາ​ກີ​ສະຖານ​ເກີດ​ໄພ​ແຜ່​ນດິນ​ໄຫວ.