ສຸ​ເຫຼົ່າ​ແຫ່ງ​ໜຶ່ງ​ຢູ່​ພາກ​ກາງຂອງ​ອີຣັກຖືກ​ໂຈມ​ຕີ​ດ້ວຍ​ລະ​ເບີດເຮັດ​ໃຫ້ 30 ຄົນ​ເສຍ​ຊີວິດ​ແລະ 40 ຄົນ​​ໄດ້​ຮັບບາດ​ເຈັບ

(GMT+08:00) 2013-09-30 14:53:55     cri
ວັນ​ທີ 29 ກັນຍາ​ນີ້, ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ອີຣັກກ່າວ​ວ່າ, ສຸ​ເຫຼົ່າ​ແຫ່ງ​ໜຶ່ງ​ຢູ່​ເມືອງ​ມຸຊາ​ອິບ ​ທາງພາກ​ກາງຂອງ​ອີຣັກຖືກມື​ລະ​ເບີດ​​ໂຈມ​ຕີ​ແບບ​ສະຫຼະ​ຊີບ​ໃນ​ວັນ​ທີ 29 ກັນຍາ​ນີ້, ຢ່າງ​ໜ້ອຍ​ມີຜູ້​ເສຍ​ຊີວິດ 30 ຄົນ​ແລະ​​ໄດ້​ຮັບ​ບາດ​ເຈັບ 40 ຄົນ.

​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ອີຣັກຜູ້​ໜຶ່ງ​ກ່າວ​ວ່າ, ຢູ່​ເມືອງ​ມຸຊາ​ອິບທີ່​ຢູ່​ພາກ​ໃຕ້​ຂອງ​ນະຄອນຫຼວງ​ແບກ​ແດັດ​ປະມານ 50 ກິ​ໂລ​ແມັດ, ມື​ລະ​ເບີດ​ແບບ​ສະຫຼະ​ຊີບ​ໄດ້​ນຳ​ລະ​ເບີດ​ເຂົ້າ​ໄປບ່ອນ​ຈັດ​ພິທີ​ປົງ​ສົບ​ທີ່​ຈັດ​ຂຶ້ນ​ຢູ່​ສຸ​ເຫຼົ່າ​ຮຸດ​ແຊນ​ແລະ​ຈູດ​ລະ​ເບີດ​ທີ່ມັດ​ໃສ່​ຮ່າງກາຍ, ​ເຮັດ​ໃຫ້​ຫຼາຍ​ຄົນ​ເສຍ​ຊີວິດ​ແລະ​ໄດ້​ຮັບ​ບາດ​ເຈັບ, ນັບ​ທັງສຸ​ເຫຼົ່າ​ແຫ່ງ​ນັ້ນ​ກໍ​ຖືກ​ທຳລາຍ.

ປະຈຸ​ບັນ​ຍັງ​ບໍ່​ມີ​ອົງການ​ຫຼື​ບຸກຄົນ​ໃດໆ​ອອກ​ມາສະ​ແດງ​ຄວາມ​ຮັບຜິດຊອບ​ຕໍ່​ເຫດການ​​ໂຈມ​ຕີ​ຄັ້ງ​ນີ້​ເທື່ອ.

​ນັບ​ແຕ່​ປີ​ນີ້​ເປັນ​ຕົ້ນ​ມາ, ອີຣັກ​ໄດ້​ເກີດການ​ເຄື່ອນ​ໄຫວ​ກໍ່​ການ​ຮ້າຍ​ແລະ​ການ​ໂຈມ​ຕີ​ດ້ວຍ​ຄວາມ​ຮຸນ​ແຮງ​​​ເປັນ​ປະຈຳ. ​ແຕ່​ເດືອນ​ມັງກອນ​ຫາ​ເດືອນ​ສິງຫາ​ປີ​ນີ້, ຈຳນວນ​ຜູ້​ເສຍ​ຊີວິດ​ຍ້ອນ​ຄວາມ​ຮຸນ​ແຮງ​ຢູ່ອີຣັກມີ​ປະມານ 5000 ຄົນ​ແລະ​ມີ​ຜູ້​ບາດ​ເຈັບ​ປະມານ 1 ໝື່ນ 2000 ຄົນ.