ໄທ​ແລະ​ປະ​ເທດ​ອື່ນໆ​ຈະ​ສຸມ​ຄວາມ​ພະຍາຍາມ​​ໃນ​ການ​ຍົກ​ສູງ​ຄຸນ​ນະພາ​ບການ​ບໍລິການ​ເພື່ອ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ຈີນ​ເນື່ອງ​ໃນ​ໂອກາດ​ວັນຊາດ​ຈີນວຽນມາ​ເຖິງ

(GMT+08:00) 2013-09-30 18:12:11     cri

​ຕາມ​ຂ່າວ CRI: ການ​ພັກ​ວຽກ​ເປັນ​ເວລາ​ໜຶ່ງ​ອາທິດ​​ເນື່ອງ​ໃນ​ໂອກາດ​ວັນຊາດ​ຈີນປີ 2013 ​ໄດ້ວຽນມາ​ເຖິງ, ຄົນ​ຈີນ​ຈຳນວນ​ບໍ່​ໜ້ອຍກໍ​ຈະ​ເລືອກ​ໄປ​ທ່ອງ​ທ່ຽວ​ປະ​ເທດ​​ໄທ ​ເຊິ່ງ​ເປັນ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ທີ່​ມີ​ແຫຼ່ງທ່ອງ​ທ່ຽວ​ທີ່​ສວຍ​ງາມ. ​ເວົ້າສຳລັບ​ປະ​ເທ​ດ​ໄທ​ແລ້ວ, ​ໄລຍະ​ພັກ​ວຽກວັນຊາດ​ຈີນ​ທີ 1 ຕຸລາ​ຂອງທຸກໆ​ປີ ​ແມ່ນ​ໄລຍະ​ທີ່​ມີ​ນັກ​ທ່ອງ​ທ່ຽວ​ຈີນ​ໄປ​ທ່ຽວຈຳນວນຫຼວງ ຫຼາຍທີ່​ສຸດ ​ເຊິ່ງພຽງ​ຖັດຈາກ​ໄລຍະ​ບຸນ​ກຸດ​ຈີນ​ເທົ່າ​ນັ້ນ, ສະ​ເພາະ​ໃນ​​ວັນຊາດ​ຈີນ​ປີ​ນີ້, ການ​ສັ່ງ​ຈອງ​ຫ້ອງໂຮງ​ແຮມ​ໃນ​ເຂດ​ທ່ອງ​ທ່ຽວ​ທີ່​ໄດ້​ຮັບ​ຄວາມ​ນິຍົມ ​ເຊັ່ນ: ບາງ ກອກ, ພູ​ເກັດ, ຊຽງ​​ໃໝ່ ​ແລະ ​ເກາະ​ສະໝຸ​ຍເປັນ​ຕົ້ນ ປັດຈຸບັນ​ໄດ້​ມີ​ການ​ເພີ່ມ​ຂຶ້ນ​ໃນ​ລະດັບ​ທີ່​ຕ່າງ​ກັນ, ສ່ວນ​ສູນ​ການ​ຄ້າ​ຂະໜາດ​ໃຫຍ່​ແຫ່ງ​ຕ່າງໆ​ຂອງ​ນະຄອນຫຼວງບາງກອກ ກໍ​​ໄດ້​ຈັດ​ກິດຈະກຳຫຼຸດລາຄາ​ສິນຄ້າ​ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຈີນ.

ຜູ້​ປະກອບການ​ຂະ​ແໜງ​ການທ່ອງທ່ຽວ​ໄທ​ບາງ​ຄົນ​ກ່າວ​ວ່າ, ປັດຈຸບັນ​ນີ້, ຄົນ​ຈີນ​ໄປ​ທ່ຽວ​ປະ​ເທດໄທມີ​ຈຳນວນ​ນັບ​ມື້​ນັບຫຼາຍ​ຂຶ້ນ​ແລະ​ສ່ວນຫຼາຍ​ແມ່ນເລືອກ​ການວາງ​ແຜນທ່ອງທ່ຽວ​ດ້ວຍ​ຕົນ​ເອງ ຫາກ​ບໍ່​ແມ່ນ​ຜ່ານ​ບໍລິສັດ​ທ່ອງ​ທ່ຽວ, ຈຳນວນ​ນັກ​ທ່ອງ​ທ່ຽວ​ນີ້​ໄດ້​ເພີ່ມ​ຂຶ້ນ ຢ່າງວ່ອງ​ໄວ​ໃນ​ຊຸມ​ປີຜ່ານມາ​ນີ້. ປັດຈຸບັນ ຂະ​ແໜງ​ການທ່ອງທ່ຽວ​ຂອງ​ໄທ​ຄວນ​ເອົາ​ໃຈ​ໃສ່​ການ​ຍົກ​ສູງ​ຄຸນ​ນະພາ​ບດ້ານ​ການ​ບໍລິການ​ໃຫ້ຫຼາຍຍິ່ງ​ຂຶ້ນ, ​ເພື່ອ​​ເຮັດ​ໃຫ້​ຂະ​ແໜງ​ການທ່ອງ​ທ່ຽວຂອງ​ໄທບັນລຸ​ການ​ພັດທະນາ​ຢ່າງ​ຕໍ່​ເນື່ອງ.

ນອກຈາກ​ປະ​ເທດ​ໄທ​ແລ້ວ, ​ໃນຊຸມປີຜ່ານມາ​ນີ້, ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ອື່ນໆ​ອີກຫຼາຍປະ​ເທດ ​ເຊັ່ນ: ກຳປູ​ເຈຍ, ລາວ ​ແລະ ອື່ນໆ​ກໍ​ກາຍ​ເປັນ​ທາງ​ເລືອກ​ໃໝ່​ຂອງ​ນັກ​ທ່ອງ​ທ່ຽວ​ຈີນ​ເປັນ​ກ້າວໆ. ​ຕົວຢ່າງ, ພຽງ​ແຕ່​ໃນ 6 ​ເດືອນ​ຕົ້ນປີ​ນີ້​ເທົ່າ​ນັ້ນ, ນັກ​ທ່ອງ​ທ່ຽວ​ຈີນ​ທີ່​ໄປ​ທ່ຽວ​ກຳປູ​ເຈຍ ກໍ​ໄດ້​ເພີ່ມ​ຂຶ້ນຫຼາຍກວ່າ 50%, ສະນັ້ນ ກຳປູ​ເຈຍຈຶ່ງ​ໄດ້​ວາງ​ແຜນ​ເພີ່ມ​ສາຍ​ການ​ບິນ​ໂດຍ​ກົງກັບຈີນ, ​ເພື່ອ​ດຶງ​ດູດ​ນັກ​ທ່ອງທ່ຽວ​ຈີນ​ໄປ​ທ່ຽວ​ກຳປູ​ເຈຍ​.