ເອອັກຄະ​ລັດຖະທູດ​ອິນ​ໂດ​ເນ​ເຊຍ​ປະຈຳ​ຈີນ​ກ່າວ​ວ່າ: ຈີນ​ແລະ​ອິນ​ໂດ​ເນ​ເຊຍ​ລ້ວນ​ແຕ່​ເອົາ​ໃຈ​ໃສ່​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ສອງ​ປະ​ເທດ

(GMT+08:00) 2013-09-30 16:23:31     cri
ຕາມ​ຂ່າວCRI: ທ່ານ​ອິມ​ໂຣນ ​ໂຄ​ທານ, ​ເອອັກຄະ​ລັດຖະທູດ​ອິນ​ໂດ​ເນ​ເຊ​ຍປະຈຳ​ຈີນ​ກ່າວ​ໃນ​ເວລາ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວCRIວ່າ, ອິນ​ໂດ​ເນ​ເຊຍ​ມີ​ຄວາມ​ຍິນ​ດີ​ແລະ​ພາກພູມ​ໃຈ​ຫຼາຍ​ຕໍ່​ທ່ານ​ສິຈິ້ນ​ຜິ​ງ, ປະທານ​ປະ​ເທດ​ຈີນ​ຈະ​ເດີນທາງ​ໄປ​ຢ້ຽມຢາມ​ອິນ​ໂດ​ເນ​ເຊ​ທາງ​ລັດຖະກິດ​ໃນ​ຕົ້ນ​ເດືອນ​ຕຸລາ, ​ເຊິ່ງສະ​ແດງ​ໃຫ້​ເຫັນ​ວ່າ​ຈີນ​ແລະ​ອິນ​ໂດ​ເນ​ເຊ​ຍລ້ວນ​ແຕ່​ເອົາ​ໃຈ​ໃສ່​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດລະຫວ່າງ​ສອງ​ປະ​ເທດ.

ທ່ານ​ອິນ​ໂຣນ ​ໂຄ​ທານ​ເຫັນ​ວ່າ, ການ​ພົວພັນ​ລະຫວ່າງ​ຈີນ​ແລະ​ອິນ​ໂດ​ເນ​ເຊຍ​ໄດ້​ບັນລຸ​ສະພາບ​ການ​ດີ​ທີ່​ສຸດ​ໃນ​ປະຈຸ​ບັນ​ນີ້. ທ່ານ​ກ່າວວ່າ​ເຊື່ອ​ວ່າ, ປະຊາຊົນ​ສອງ​ປະ​ເທດ​ກໍ​ຈະ​ປະກອບສ່ວນ​ເຂົ້າ​ໃ​ນການ​ເຮັດ​ໃຫ້ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ພັດທະນາ​ຕາມ​ທິດ​ທາງ​ທີ່​ດີກ​ວ່າ​ເກົ່າ. ທ່ານ​ຍັງ​ໄດ້​ກ່າວ​ເນັ້ນ​​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ຮ່ວມ​ມື​ລະຫວ່າງ​ອິນ​ໂດ​ເນ​ເຊຍ​ກັບ​ຈີນ​ຕໍ່​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ແລະ​ສະຖຽນ​ລະ​ພາບ​ຂອງ​ໂລກ. ທ່ານ​ກ່າວ​ວ່າ, ຖ້າວ່າ​ບໍ່​ມີ​ການ​ພົວພັນ​ທີ່​ກົມກຽວ​ກັນ​ລະຫວ່າງ​ສອງ​ປະ​ເທດ​ໃຫຍ່, ຄວາມຈະ​ເລີ​ນຮຸ່ງ​ເຮືອງ​ແລະ​ສ​ະຖຽນລະ​ພາບ​ນີ້​ຈະ​ບັນລຸ​ຜົນ​ເປັນ​ຈິງ​ຍາກ.