ຍົນບໍ່ມີຄົນຂັບອາເມລິກາໂຈມຕີທາງ​ອາກາດພາກຕາເວັນຕົກສຽງເໜືອຂອງປາກີສະຖານເຮັດໃຫ້3 ຄົນເສຍຊີວິດ

(GMT+08:00) 2013-09-30 18:17:58     cri
ຕາມຂ່າວCRI: ສື່ມວນຊົນປາກີສະຖານລາຍງານໃນວັນທີ30ກັນຍານີ້ວ່າ, ໃນເວລາ4ໂມງຕອນຮຸ່ງ ເຊົ້າມື້​ດຽວ​ກັນ, ຢູ່​ເຂດ​​ເຈົ້າ​ກົກ​ເຈົ້າ​ເຫຼົ່າວາ​ຈີ​ລິ​ສຖານ​ເໜືອ​ທາງ​ພາກ​ຕາ​ເວັນ​ຕົກສຽງ​ເໜືອ​ຂອງ​ປາ​ກີ​ສະຖານ​ຖືກ​ຍົນ​ບໍ່​ມີຄົນ​ຂັບ​ອາ​ເມ​ລິ​ກາ​ໂຈມ​ຕີທາງ​ອາກາດ, ​ເຊິ່ງ​ເຮັດ​ໃຫ້​ຢ່າງ​ໜ້ອຍ​ມີ​ຜູ້​ເສຍ​ຊີ​ວິດ3ຄົນ, ​ໄດ້​ຮັບ​ບາດ​ເ​ຈັບ4ຄົນ.

ກະຊວງ​ການ​ຕ່າງປະ​ເທດ​ປາ​ກີ​ສະຖານ​ໄດ້​ກ່າວ​ປະນາມ​ວ່າ​ການ​ໂຈມ​ຕີ​ທາງ​ອາກາດຂອງ​ຍົນ​ບໍ່​ມີ​ຄົນ​ຂັບ​ອາ​ເມ​ລິ​ກາ​ໄດ້​​ເປັນ​ການລ່ວງ​ລ້ຳຜືນ​ແຜ່ນດິນ​ແລະ​ອະທິປະ​ໄຕຂອງ​ປາ​ກີ​ສະຖານ

ການ​ໂຈມ​ຕີທາງ​ອາກາດ​ດ້ວຍ​ຍົນ​ບໍ່​ມີ​ຄົນ​ຂັບ​ຂອງ​ກອງທັບ​ອາ​ເມ​ລິ​ກາຄັ້ງ​ນີ້​ແມ່ນ​ເຫດການ​ຄ້າຍຄືກັນ​ຄັ້ງ​ທີ22ທີ​ໄດ້​ເກີດ​ຂຶ້ນ​ໃນ​ດິນ​​ແດນ​ປະກີ​ສະຖານ. ນັບ​ມາ​ຮອດ​ປັດຈຸບັນ​ນີ້, ພາຍ​ໃນປີ​ນີ້​ປາ​ກີ​ສະຖານ ລວມມີ128ຄົນ​ເສຍ​ຊີວິດ​ຈາກໃນ​ເຫດການ​ໂຈມ​ຕີທາງ​ອາກາດ​ດ້ວຍ​ຍົນ​ບໍ່​ມີ​ຄົນ​ຂັບ​ຂອງ​ກອງທັບ​ອາ​ເມ​ລິ​ກາ.