ປະ​ທາ​ນາ​ທິບໍ​ດີ​ຊີຣີກ່າວ​ວ່າຈະ​ບໍ່​ຈັດການ​​ເຈລະຈາ​ກັບ​ຝ່າຍ​ຕໍ່ຕ້ານ​​ປະກອບ​ອາວຸດຂະນະ​ທີ່ຝ່າຍ​ຕໍ່ຕ້ານຕົ້ນຕໍ​ກ່າວ​ວ່າ​ຊົມ​ເຊີຍ​​​ມະຕິ​ສະພາ​ຄວາມ​ໝັ້ນຄົງ

(GMT+08:00) 2013-09-30 14:35:33     cri

​ເມື່ອ​ບໍ່​ດົນ​ມານີ້, ​ໃນ​​ເວລາ​ໃຫ້​ສໍາພາ​ດຕໍ່​ສະຖານີ​ໂທລະພາບ​ທາງ​ການ​ຂອງ​ອີ​ຕາ​ລີ, ທ່ານບາ​ຊາ ອານ-ອັດຊາ​ດ, ປະ​ທາ​ນາ​ທິບໍ​ດີ​ຊີຣີ ກ່າວ​ວ່າ, ການ​ກະທໍ​າຂອງ​ຝ່າຍ​ຕໍ່ຕ້ານ​​ປະກອບ​ອາວຸດ​ໃນ​ດິນແດນ​ຊີຣີລວມທັງ​ການ​ທໍາລາຍ, ການ​ຂ້າ​ຟັນ​ລັນ​ແທງ ​​ແລະ​ການ​ລອບ​ສັງຫານ. ທຸກ​ປະ​ເທດ​ໃນ​ທົ່ວ​ໂລກ​ລ້ວນ​ແຕ່ຈະ​ເອີ້ນ​ພວກ​ນີ້​ວ່າເປັນກໍາລັງ​ກໍ່​ການ​ຮ້າຍ, ຫາກ​ບໍ່​ແມ່ນ​ຝ່າຍ​ຕໍ່ຕ້ານ. ລັດຖະບານ​ຊີຣີຈະ​ບໍ່​ຈັດການ​​ເຈລະຈາ​ກັບພວກ​ເຂົາ ນອກຈາກ​ວ່າ​ພວກ​ເຂົາວາງອາວຸດ​ເທົ່າ​ນັ້ນ.

ໃນ​ການ​​ໃຫ້ສໍາພາດ, ທ່ານ​ບາ​ຊາ​ກ່າວ​ເນັ້ນ​ອີກ​ວ່າລັດຖະບານ​ຊີຣີຈະ​ເຮັດ​ຕາມ​ມະຕິ​ກ່ຽວ​ກັບຊີຣີທີ່ສະພາ​ຄວາມ​ໝັ້ນຄົງອົງການ​ສະຫະ​ປະຊາ​ຊາດ​ໄດ້ຕົກລົງເມື່ອ​ບໍ່​ດົນ​ມາ​ນີ້.

ພ້ອມ​ນັ້ນ, ທ່ານ​ຊາ​ຟວານ ອາຄາ​ເຊ, ສະມາຊິກ​ສໍາຄັນ​ຂອງ​ຝ່າຍ​ຕໍ່ຕ້ານຕົ້ນຕໍ​​ຂອງຊີຣີ ຄື​ອົງການ​ປະສານ​ງານ​​ແຫ່ງຊາດຂອງ​ກໍາລັງ​ປະຕິ​ຮູບ​ປະຊາທິປະ​​ໄຕ​​ແຫ່ງ​ຊາດຊີຣີກ່າວ​ວ່າ, ທຸກຝ່າຍ​ການ​ເມືອງ​ຊີຣີຄວນ​ເຂົ້າ​ຮ່ວມ​ກອງ​ປະຊຸ​ມສາກົນກ່ຽງ​ກັບ​ບັນຫາ​ຊີຣີທີ່​ຈະ​ຈັດ​ຂຶ້ນ​ຢູ່ນະຄອນ​​ເຊີ​​ແນວໃນ​ກາງ​ເດືອ​ນພະຈິກ​ປີ​ນີ້ ​​ແລະ​ທໍາ​ຄວາມ​ພະຍາຍາມ​ເພື່ອ​ໃຫ້​ສາມາດຈັດ​ຂຶ້ນ​ຢ່າງ​ມີ​ຜົນ​ສໍາ​ເລັດ.