ງານວາງ​ສະ​ແດງ​ລົດຍົນ​ອິນ​ໂດ​ເນ​ເຊຍ​​ເນັ້ນ​ການ​ສົ່ງ​ເສີມ​ລາຄາ​ຖືກ​ແລະ​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ

(GMT+08:00) 2013-09-30 14:37:49     cri

ງານວາງ​ສະ​ແດງ​ລົດ​ຍົນສາກົນອິນ​ໂດ​ເນ​ເຊຍຄັ້ງ​ທີ 21 ​ໄດ້​ຈັດ​ຂຶ້ນ​ແຕ່​ວັນ​ທີ 19 ຫາວັນທີ 29 ກັນຍາ​ນີ້​ຢູ່​ນະ​ຄອນ​ຫລວງ​ຈາ​ກາກ​ຕາ​ຂອງອິນ​ໂດ​ເນ​ເຊຍ. ງານວາງ​ສະ​ແດງ​ລົດຍົນຄັ້ງ​ນີ້​ມີ​ວິ​ສາ​ຫະກິດ​ຜະລິດ​ລົດ​ຍົນ 36 ​ແຫ່ງແລະ​ວິສາ​ຫະກິດ​ຜະລິ​ດອາ​ໄຫລ່ 275 ​ແຫ່ງ​ທີ່​ມາ​ຈາກ​ທົ່ວ​​ໂລກ​ເຂົ້າ​ຮ່ວມ. ​ເນື້ອ​ທີ່​ຫໍ​ວາງ​ສະ​ແດງ​ຫລາຍ​ກວ່າ 7 ໝື່ນ 5 ພັນ​ຕາ​ແມັດ ​ແລະ​ໄດ້​ດຶງ​ດູດຜູ້​ຊົມ​​ເຂົ້າ​ຮ່ວມປະມານ 3 ​ແສນ​ຄົນ.

ທ່ານ​ດີ​ຢາ, ຜູ້​ອໍານວຍ​ການຝ່າຍ​ປະຊາສໍາພັນ​ສະມາຄົມ​ອຸດສາຫະກໍາ​ລົດຍົນອິນ​ໂດ​ເນ​ເຊຍ​ກ່າວ​ວ່າ, ງານວາງ​ສະ​ແດງ​ລົດຍົນ​ປີນີ້​ເນັ້ນ​ໜັ້ກການ​ສະ​ເໜີ​ລົດຍົນ​ແບບ​ປະ​ຢັດ​ພະລັງ​ງານ​ແລະ​ຫລຸດຜ່ອນ​ການ​ປ່ອຍ​ມົນ​ລະ​ພິດ ​ເຊິ່ງ​ໄດ້​ສະ​ແດງ​ອອກ​ໃຫ້​ເຫັນ​ການ​ພັດທະນາ​ຂອງ​ການ​ປະ​ດິດສ້າງ​ໃນ​ດ້ານເຕັກນິກ​ວິທະຍາສາດດ້ານ​ອະນຸລັກສິ່ງ​ແວດ​ລ້ອມຂອງ​ຂະ​ແໜງ​ການ​ຜະລິດ​ລົດ​ຍົນຂອງອິນ​ໂດ​ເນ​ເຊຍ. ຫວັງ​ວ່າ​ໃນ​ອະນາຄົດ, ກາ​ນພັດທະນາ​ຂອງ​ລົດຍົນຈະ​ບໍ່​ພຽງ​ແຕ່​ເນັ້ນ​ໜັກ​ລະດັບ​ການ​ນໍາ​ໃຊ້​ທີ່​ສະ​ດວກ​ສະບາຍແລະ​ຄວາມ​ສາມາດ​​ທາງ​ດ້ານ​ເສດຖະກິດ​ຂອງ​ຜູ້​ຊົມ​​ໃຊ້​ເທົ່າ​ນັ້ນ, ຍັງ​ຈະ​ໃຫ້​ຄວາມ​ສໍາຄັນຢ່າງ​ສູງ​ຕໍ່ການ​ປະ​ຢັດ​ພະລັງ​ງານ​ແລະ​ຫລຸດຜ່ອນ​ການ​ປ່ອຍ​ມົນ​ລະ​ພິດອີກ.

ການ​ຜະລິດລົດຍົນ​ແບບ​ອະນຸ​ຮັກສິ່ງ​ແວດ​ລ້ອມ​ແລະ​ມີ​ລາຄາ​ຖືກ​ຂອງ​ວິ​ສາ​ຫະກິດຫລາຍ​​ແຫ່ງ​ຂອງ​ຂະ​​ແໜງ​ການ​ຜະລິດລົດຍົນ​ແມ່ນ​ກ່ຽວ​ພັນ​ກັບກົດ​ລະບຽບສະບັບໜຶ່ງ​ທີ່​ລັດຖະບານອິນ​ໂດ​ເນ​ເຊຍ​ຈະປະກາດ​ໃຊ້. ​ເພື່ອ​ຫລຸ​ດຜ່​ອນການ​ສິ້ນ​ເປືອງ​ພະລັງ​ງານ​ແລະ​ຫລຸ​ດຜ່​ອນມົນ​ລະ​ພິດ, ລັດຖະບານອິນ​ໂດ​ເນ​ເຊຍ​ມີ​​ແຜນ​ຈະ​ວາງກົດ​ລະບຽບ​ໃໝ່ ​ເຊິ່ງໃຫ້​ບູລິ​ມະ​ສິດດ້ານນະ​ໂຍບາຍທີ່​ມີ​ອັດຕາ​ພາສີ​ຕໍ່າ​ສຸດ​ໃຫ້ແກ່​ ວິ​ສາ​ຫະກິດ​ທີ່​ສອດຄ່ອງ​ກັບມາດ​ຕະຖານອະນຸຮັກ​ສິ່ງ​ແວດ​ລ້ອມ​ແລະ​ມີລາຄາ​ຖືກ.