ວົງ​ການ​ຕ່າງໆ​ຂອງ​ນະຄອນຫລວງ​ປັກ​ກິ່ງ​ຈະ​ເຂົ້າ​ວາງ​ພວງມາລາ​ຢູ່ອະ​ນຸ​ສາ​ວະລີວິລະ​ຊົນ​ປະຊາຊົນ​ໃນ​ວັນ​ທີ 1 ຕຸລາ​​ນີ້ ຜູ້​ນໍາ​ຂອງ​ພັກ​​ແລະ​ລັດ​ກໍຈະ​​ເຂົ້າ​ຮ່ວມ​ພິທີ​ດັ່ງກ່າວ

(GMT+08:00) 2013-09-30 16:09:03     cri

ວັນ​ທີ 1 ຕຸລາ​ນີ້​ເປັນວັນລະນຶກ​ການ​ສ້າງ​ຕັ້ງ​ສາທາລະນະ​ລັດ​ປະ​ຊາ​ຊົນ​ຈີນ​ຄົບຮອບ 64 ປີ. ​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ຜູ້​ນໍາ​ຂອງ​ພັກ​​ແລະ​ລັດ​ຈະ​ເດີນ​ທາງ​ໄປສະ​ສະໜາມ​ຖ່ຽນ​ອ່ານ​ເໝີ​ນ ​ແລະພ້ອມ​ກັບຜູ້​ຕາງໜ້າ​ຂອງວົງ​ການ​ຕ່າງໆ​ຂອງ​ນະຄອນຫລວງ​ປັກ​ກິ່ງ, ​ເຂົ້າ​ວາງ​ພວງມາລາ​ຢູ່ ອະ​ນຸ​ສາ​ວະລີວິລະ​ຊົນ​ປະຊາຊົນ.

​ໃນ​​ເວລາ​ນັ້ນ, ສື່​ມວນ​ຊົນ​ສາຂາ​ຕ່າງໆ​ນັບ​ທັງ​ໂທລະພາບ​ຫລາຍ​ຊ່ອງ​ ນັບ​ທັງຊ່ອງ​ພາສາ​ຕ່າງປະ​ເທດ​ຕ່າງຂອງ​ສະຖານີ​ໂທ​ລະ​ພາບ​ສູນ​ກາງ​ຈີນ​ຈະ​ທໍາ​ການຖ່າຍ​ທອດ​ສົດ​ໃນ​ພິທີ​ດັ່ງກ່າວ​ນີ້.