ກໍາ​ປັ່ນ​ຫາ​ປາຢົ້ວຖາ​ຍຢູໝາຍ​​ເລກ 62108 ຢັ້ງ​ຢືນ​ວ່າ​ໄດ້​ຫລົ້ມ​ລົງ​ກາງ​ທະ​ເລ ຊາວ​ປະມົງ​ທີ່​​ປະສົບ​ໄພພິບັດ​ແລ​ະຫາຍສາບ​ສູນ​ໃນ​ເຂດ​ທະ​ເລ​ຊີ່​ຊ່າ​ໄດ້​ເພີ່ມ​ຂຶ້ນ​ຮອດ 74 ຄົນ​ແລ້ວ

(GMT+08:00) 2013-09-30 16:24:03     cri
12 ​ໂມງ 30 ນາທີ ວັນ​ທີ 30 ກັນຍາ​ນີ້, ນັກ​ຂ່າວ​​ໄດ້​ຮັບ​ການ​​ແຈ້ງຂ່າວ​ຈາກສູນຊ່ວຍ​​ເຫລືອ​ທາງ​ທະ​ເລ​ແຂວງ​ໄຫຫຼຳຈີນ​ວ່າ, ກໍາ​ປັ່ນ​ຫາ​ປາຢົ້ວຖາ​ຍຢູໝາຍ​​ເລກ 62108 ທີ່​ຫາຍສາບ​ສູນ​​ໄປໃນ​ເຂດ​ທະ​ເລ​ຊີ່​ຊ່າ ຢັ້ງ​ຢືນ​ວ່າ​ໄດ້​ຫລົ້ມ​ລົງ​ທະ​ເລ, ຊາວ​ປະມົງ 1 ຄົນ​ໃນຈໍານວນ 28 ຄົນ​ຂອງ​ກໍາ​ປັ່ນ​ລໍາ​ນີ້​​ໄດ້​ຮັບ​ການ​ຊ່ວຍ​​ເຫລືອ​ໄວ້ ​ແລ​ະຍັງ​ມີ 27 ຄົນຫາຍສາບ​ສູນ. ປັດຈຸ​ບັນນີ້, ຊາວ​ປະມົງ​ແຂວງ​ກວາງຕຸ້ງ​ທີ່​​ປະສົບ​ໄພພິບັດ​ແລ​ະຫາຍສາບ​ສູນ​ໃນ​ເຂດ​ທະ​ເລ​ຊີ່​ຊ່າ​ໄດ້​ເພີ່ມ​ຂຶ້ນ​ຮອດ 74 ຄົນ​ແລ້ວ.