ສານ​ອວຍພອນ​ວັນຊາດ ສປ ຈີນ

(GMT+08:00) 2013-10-01 16:58:55     cri

ວັນ​ທີ 30 ກັນຍາ 2013, ສະບາຍ​ຈູມ​ມາລີ ​ໄຊ​ຍະ​ສອນ, ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ ປະທານ​ປະ​ເທດ​ແຫ່ງ ສປປ ລາວ, ສະຫາຍ​ທອງ​ສິງ​ທຳ​ມະ​ວົງ ນາຍົກລັດຖ​ະມົນຕີ​ແຫ່ງ ສປປ ລາວ, ສະຫາຍ​ນາງ​ປານີ ຢາ​ທໍ່​ຕູ້ ປະທານ​ສະພາ​ແຫ່ງ​ຊາດ ​ແຫ່ງ ສປປ ລາວ​ໄດ້​ສົ່ງ​ສານ​ອວຍພອນ​ເຖິງ​ສະຫາຍ ສີ​ຈິ້ນ​ຜິ​ງ, ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ປະທານ​ປະ​ເທດ​ແຫ່ງ ສາທາລະນະ​ລັດ ປະຊາຊົນ​ຈີນ, ສະຫາຍ​ຫລີ​ເຄີ້ສຽງ, ນາຍົກລັດຖະມົນຕີ​ແຫ່ງ ສາທາລະນະ​ລັດ​ປະຊາຊົນ​ຈີນ, ສະຫາຍ​ຈາງ​ເຕີ​ຈຽງ ປະທານ​ຄະນະ​ປະຈຳ​ສະພາ​ຜູ່​ແທນ​ປະຊາຊົນ​ທົ່ວ​ປະ​ເທດ ​ແຫ່ງ ສາທາລະນະ​ລັດ​ປະຊາຊົນ​ຈີນ.

ທີ່​ນະຄອນຫລວງ​ປັກ​ກິ່ງ

​ເຊິ່ງ​ເນື້ອ​ໃນ​ຂອງ​ສານ​ມີ​ດັ່ງ​ນີ້:

ບັນດາ​ສະຫາຍ​ທີ່​ຮັກ​ແພງ,

​ເນື່ອງ​ໃນ​ໂອກາດ​ວັນ​ສະຖາປະນາ​ສາທາລະນະ​ລັດ ປະຊາຊົນ​ຈີນ ຄົບຮອບ 64 ປີ, ​ໃນ​ນາມ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ປະຊາຊົນ ປະຕິວັດ​ລາວ, ລັດຖະບານ, ສະພາ​ແຫ່ງ​ຊາດ​ ​ແຫ່ງ​ສາທາລະນະ​ລັດ​ປະຊາທິປະ​ໄຕ ປະຊາຊົນ​ລາວ​ແລະ​ປະຊາຊົນ​ລາວ​ບັນດາ​ເຜົ່າ ກໍ່​ຄື​ໃນ​ນາມ​ສ່ວນ​ຕົວ, ພວກ​ຂ້າພະ​ເຈົ້າ​ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ​ເປັນ​ຢ່າງ​ຍິ່ງ, ສົ່ງ​ຄຳ​ຊົມ​ເຊີຍ​ອັນ​ອົບ​ອຸ່ນ ​ແລະ​ພອນ​ໄຊ​ອັນ​ປະ​ເສີດ​ມາ​ຍັງ​ບັນດາ​ສະຫາຍ​ ​ແລະ​ ​ໂດຍ​ຜ່ານ​ບັນດາ​ສະຫາຍ​ໄປ​ຍັງ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ລັດຖະບານ, ສະພາ​ຜູ່​ແທນ ປະຊາຊົນ​ທົ່ວ​ປະ​ເທດ ​ແຫ່ງ ສາທາລະນະ​ລັດ ​ປະຊາຊົນຈີນ ​ແລະ ປະຊາຊົນ​ຈີນ ອ້າຍ​ນ້ອງ​ທຸກ​ຖ້ວນ​ຫນ້າ.

ຕະຫລອດ​ໄລຍະ 64 ປີຜ່ານມາ, ​ໂດຍ​ພາຍ​ໃຕ້​ການ​ນຳພາ​ອັນ​ສະຫລາດ​ສອ່ງ​ໃສ​ຂອງ​ພັກ​ກອມ​ມູນິດ​ຈີນ, ປະຊາຊົນ​ຈີນ ຜູ່​ດຸ​ຫມັ່ນ ​ແລະ​ ພິລະ​ອາດ​ຫານ​ໄດ້​ຍົກ​ສູງ​ຄັນ​ທຸງ​ສ້າງສາ​ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ແບບ​ຈີນ, ​ໄດ້​ຜ່ານ​ຜ່າ​ອຸປະສັກ​ນາໆ​ປະການ, ອັນ​ໄດ້​ສ້າງ​ໃຫ້​ປະ​ເທດ​ຈີນ ທີ່​ທຸກ​ຍາກ​ຫລ້າຫລັງ​ໃນ​ເມື່ອນກ່ອນ​ກາຍ​ເປັນ​ປະ​ເທດ​ສັງຄົມ​ນິຍົມ​ທີ່​ມັ່ງ​ຄັ່ງ​ເຂັ້ມ​ແຂງ​ແລະ​ທັນ​ສະ​ໄຫມ, ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ມີ​ຄວາມ​ອີ່ມ​ຫນຳ​ສຳລານ.

ພກ​ຂ້າພ​ະ​ເຈົ້າ​ມີ​ຄວາມ​ເຊື່ອມ​ຫມັ້ນ​ຢ່າງ​ຫນັກ​ແຫນ້ນ​ວ່າ ພາຍ​ໃຕ້​ການ​ຊີ້​ນຳ​ນຳພາ​ຂອງ​ພັກ​ກອມ​ມູນິດ​ຈີນ ອັນ​ມີ​ສະຫາຍ​ສີ​ຈິ້ນ​ຜິ​ງ ​ເປັນ​ເລຂາທິການ​ໃຫຍ່, ສປ ຈີນ ຈະ​ປະສົບ​ຜົນສຳ​ເລັດ​ທີ່​ໃຫຍ່​ຫລວງ​ກວ່າ​ເກົ່າ​ໃນ​ການ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 18 ຂອງ​ພັກ​ກອມ​ມູນິດ​ຈີນ ​ແລະ​ການ​ປະຕິບັດ​ແຜນ​ພັດທະນາ​ເສດຖະກິດ-​ສັງຄົມ​ແຫ່ງ​ຊາດ 5 ປີ​ຄັ້ງ​ທີ 12, ​ເຮັດ​ໃຫ້​ບົດບາດ​ຂອງ ສປ ຈີນ ສູງ​ເດັ່ນ​ຂຶ້ນ​ໃນ​ເວທີ​ສາກົນ.

ສປປ ລາວ ​ແລະ​ ສປ ຈີນ ​ເປັນ​ປະ​ເທດ​ທີ່​ມີ​ສາຍພູ​ແລະ​ສາຍ​ນ້ຳ​ຕິດ​ຈອດ​ກັນ, ປະຊາຊົນ​ສອງ​ຊາດ​ມີ​ມູນ​ເຊື້ອ​ມິດຕະພາບ​ມາ​ແຕ່​ບູຮານ​ນະ​ການ, ກ້າວ​ເຂົ້າ​ສູ່​ສະຕະວັດ​ທີ 21, ການ​ພົພວັນ​ຢ່າງຮອບດ້ານ ​ແລະ ​ເຂົ້າສູ່​ລວງ​ເລິກ​ອັນ​ໄດ້​ນຳ​ເອົາ​ຜົນ​ປະ​​ໂຫຍ​ດຕົວ​ຈິງ​ຢ່າງ​ຫລວງຫລາຍ​ມາສູ່​ປະຊາຊົນ​ສອງ​ຊາດ.​ ​ໃນ​ອະນາຄົດ​ຂ້າງ​ຫນ້າ​ເຖິງ​ວ່າ​ສະພາບ​ການ​ຂອງ​ໂລກ​ຈະ​ມີ​ການ​ຜັນ​ແປ​ຢ່າງ​ສະຫລັບ​ສັບ​ຊ້ອນ​ກໍ່ຕາມ, ພັກ, ລັດ ​ແລະ ປະຊາຊົນ​ລາວ ຈະ​ສືບ​ຕໍ່​ຊຸກຍູ້​ສາຍ​ພົວພັນ​ມິດຕະພາບ​ຖານ​ບ້ານ​ໃກ້​ເຮືອນຄຽງ ​ແລະ ​ການ​ພົວພັນ​ແບບ​ຄູ່ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງຮອບດ້ານ​ລະຫວ່າງ ສປປ ລາວ​ ແລະ ສປ ຈີນ ​ໃຫ້​ມີ​ການ​ພັດທະນາ​ເລື້ອຍໆ​ໄປ.

ຂໍ​ອວຍພອນ​ໄຊ​ໃຫ້​ບັນດາ​ສະຫາຍ ຈົ່ງ​ມີ​ສຸກຂະພາບ​ເຂັ້ມ​ແຂງ ​ແລະ​ປະສົບ​ຜົນສຳ​ເລັດ​ໃຫມ່​ຍິ່ງ​ໃຫຍ່​ກວ່​າ​ເກົ່າ​ໃນ​ຫນ້າ​ທີ່​ອັນ​ມີ​ກຽດ ​ແລະ​ ສູງ​ສົ່ງ​ຂອງ​ຕົນ.