​ເຂດ​ກວາງຊີຈີນ​ຂ້ຽວ​ເລັ່ງການ​ສ້າງ​​ເສັ້ນທາງ​ອາກາດລະຫວ່າງ​ຈີນ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ

(GMT+08:00) 2013-10-01 16:58:05     cri
​ແຕ່​ວັນ​ທີ 27 ຕຸລາ​ນີ້​ເປັນ​ຕົ້ນ​ໄປ, ບໍລິສັດ​ການບິນChina Southern ຈີນ​ເລີ່​ມ​ເປີດ​ເສັ້ນທາງການ​ບິນ​ສາກົນຫຼາຍສາຍລະຫວ່າງ​ຈີນ​ກັບ​​ແຫ່ງ​ຕ່າງໆ​ຂອງ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​, ​ເຊັ່ນ: ສາຍ​ກຸ້ຍ​ລິນ​-​ນານ​ໜິງ​​-​ສິງກະ​ໂປ, ສາຍ​ກຸ້ຍ​ລິນ-​​​ນານ​ໜິງ-​ບາງກອກ, ສາຍ​ນານ​ໜິງ-​​ພູ​ເກັດ, ​ແລະ​ສາຍນານ​ໜິງ-​ນະຄອນ​ດາ​ໜັງເປັນ​ຕົ້ນ.ນີ້ແມ່ນເສັ້ນທາງການບິນສາກົນງວດທຳອິດທີ່ສາຍການບິນChina Southernເປີດບໍລິການຢູ່ເຂດກວາງຊີ.

​ເພື່ອ​ຊຸກ​ຍູ້​ການ​ພັດທະນາ​ເສດຖະກິດ​ໃນ​ພາກ​ພື້ນ, ສ້າງ​ເສັ້ນທາງ​ອາກາດ​ທີ່​ສະດວກ​ລະຫວ່າງ​ຈີນ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ, ​ເຂດ​ກວາງຊີ​ຂ້ຽວ​ເລັ່ງປະຕິບັດ​ຍຸດ​​ທະ​ສາດ​ພັດທະນາ​ຄົມມະນາຄົມ​ເປັນ​ບູລິ​ມະ​ສິດ, ພະຍາຍາມ​ສ້າງ​ສະໜາມ​ບິນ​ນານ​ໜິງ​ໃຫ້​ກາຍ​ເປັນ​ສະໜາມບິນ​ໃຈກາງ​ທີ່​ເປັນ​ປະຕູ​ສາກົນ​ອອກ​ສູ່​ອາ​ຊຽນ, ສ້າງ​ສະໜາມ​ບິນ​ກຸ້ຍ​ລິນ​ເປັນ​ສະໜາມ​ບິນ​ທ່ອງ​ທ່ຽວ​ທີ່​ສຳຄັນ​ລະດັບ​ຊາດ.

ນັບ​ມາ​ຮອດ​ປະ​ຈຸ​ບັນ, ​ເຂດ​ກວາງຊີ​ໄດ້​ມີ​ເສັ້ນທາງ​ການ​ບິນສາກົນ 12 ສາຍ​ໄປ​ຫາ 8 ປະ​ເທດ​ອາ​ຊຽນ​ແລ້ວ. ປີ 2012, ປະລິມານ​ຕ້ອນຮັບ​ຜູ້​ໂດຍສານ​ຂອງ​ສະໜາມ​ບິນ​ຕ່າງໆ​​ເຂດ​ກວາງຊີ​​ແມ່ນ 14 ລ້ານ 2 ​ແສນ 7 ໝື່ນ​ເທື່ອ​ຄົນ, ​​ຫຼາຍກວ່າ​ປີ 2011 9 ​ແສນ 6 ໝື່ນ​ເທື່ອ​ຄົນ.