ລັດຖະມົນຕີ​ການ​ຕ່າງປະ​ເທດ​ຊີຣີຮຽກຮ້ອງ​ໃຫ້​ປະ​ເທດ​ທີ່​ກ່ຽວຂ້ອງ ຢຸດ​ເຊົາ​ສະໜອງ​ອາວຸດ​ແລະ​​ເງິນ​ທຶນ​ໃຫ້​ "ຜູ້​ກໍ່​ການຮ້າຍ"

(GMT+08:00) 2013-10-01 17:09:32     cri
ວັນ​ທີ 30 ກັນຍາ​​ແລ້ວນີ້, ​ໃນ​ການ​ອະພິປາຍ​ທົ່ວ​ໄປຢູ່​ສະມັດ​ຊາ​ໃຫຍ່​ສະຫະ​ປະຊາ​ຊາດ​ຄັ້ງ​ທີ 68, ທ່ານ​ວາລິ​ດ ອັນ ມູອາ​ເລ​ມ, ຮອງ​ນາຍົກລັດຖະມົນຕີ, ທັງ​ເປັນ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຊີຣີກ່າວ​ວ່າ, ສົງຄາມ​ຢູ່ພາຍ​ໃນ​ປະ​ເທດຊີຣີ​ແມ່ນ "ສົງຄາມ​ຕໍ່ຕ້ານ​ການ​ກໍ່​ການຮ້າຍ", ທ່ານຮຽກຮ້ອງ​ໃຫ້​ປະ​ເທດ​ທີ່​ກ່ຽວຂ້ອງ​ຈົ່ງຢຸດ​ເຊົາ​ການ​ສະ​ໜອງ​ອາວຸດ​ແລະ​ເງິນ​ທຶນ​ໃຫ້ "ຜູ້​ກໍ່​ການຮ້າຍ".​

ໃນ​ເວລາ​ກ່າວຄຳ​ປາ​ໄສ, ທ່ານ​ມູອາ​ເລ​ມກ່າວ​ວ່າ, ບາງ​ປະ​ເທດດ້ານ​ໜຶ່ງ​ເວົ້າ​ວ່າ ​ໂຈມ​ຕີ​ລັດທິ​ກໍ່​ການຮ້າຍ​ຢູ່​ແຫ່ງ​ຕ່າງໆ​ຂອງ​ໂລກ, ​ແຕ່​​ອີກ​ດ້ານ​ໜຶ່ງ, ພັດສະໜັບສະໜູນ​ລັດທິ​ກໍ່​ການຮ້າຍ​ຢູ່​ຊີຣີ. ສົງຄາມ​ທີ່​ເກີດ​ຂຶ້ນ​ຢູ່​ຊີຣີນັ້ນ, ບໍ່​ແມ່ນ​ສົງຄາມ​ກາງ​ເມືອງ, ຫາກ​ແມ່ນ​ສົງຄາມ​ທີ່​ແນ​ໃສ່​ລັດທິ​ກໍ່​ການຮ້າຍ​ທີ່​​ເບີ່ງຂ້າມຄ່າ​ນິຍົມ​, ຄວາມຍຸດຕິ​ທຳ, ສະ​ເໝີ​ພາບ​ແລະ​ກົດໝາຍ​ແຕ່​ຢ່າງ​ໃດ.

​ໃນ​ເວລາ​ເວົ້າ​ເຖິງບັນຫາ​ອາວຸດ​ເຄມີ, ທ່ານ​ມູອາ​ເ​ລມກ່າວ​ວ່າ, ຊີຣີຈະ​ປະຕິບັດ​​ຂໍ້​ກຳນົດ​ຂອງ​ສົນທິສັນຍາ​ເກືອດ​ຫ້າມ​ອາວຸດ​ເຄມີ​ຢ່າງຮອບດ້ານ. ​ແຕ່​ວ່າ, ພວກ​ກໍ່​ການ​ຮ້າຍຢູ່​ພາຍ​ໃນ​ປະ​ເທດ​ຊີຣີ​ເຄີຍ​ໄດ້ຮັບ​ສານ​ເຄມີ​ຈາກ​ປະ​ເທດ​ໃນ​ພາກ​ພື້ນນີ້​ແລະ​ປະ​ເທດ​ຕາ​ເວັນ​ຕົກ. ປະຈຸ​ບັນ, ປະ​ເທດ​ທີ່​ກ່ຽວຂ້ອງ​ຈະ​ເຄົາລົບຄຳ​ໝັ້ນ​ສັນຍາ​ໃນ​ກົດໝາຍ​ທີ່​ກ່ຽວຂ້ອງຫຼືບໍ່​ ແມ່ນ​ບັນຫາ​ທີ່​ສຳຄັນ​ກວ່າໝູ່.