ປະທາ​ນາ​ທໍ​ບໍດີ​ອາ​ເມ​ລິ​ກາ​ຕັດ​ເວ​ລາ​ການ​ຢ້ຽມ​ຢາມ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ໃຫ້​ສັ້ນ​ເຂົ້າຍ້ອນ​ລັດຖະບານ​ປິດ​ບໍລິການ

(GMT+08:00) 2013-10-03 16:20:53     cri
ວັນ​ທີ 2 ຕຸລາ​ນີ້, ທຳນຽບຂາວ​ອາ​ເມ​ລິ​ກາ​ໄດ້​ອອກ​ຖະ​ແຫຼ​ງການ​ວ່າ, ​ເນື່ອງ​ຈາກ​ວ່າ​ລັດຖະບານ​ສະຫະລັດອາ​ເມ​ລິ​ກາ​ໄດ້​ປິດ​ບໍລິ​ການ, ທ່ານ​ປະທານາທິບໍດີ​ບາຣັກ​ໂອ​ບາ​ມາ​ຈິ່ງ​ໄດ້​ຕັດ​ເວລາ​ການຢ້ຽມຢາມ​ອາຊີ​ທີ່​ໄດ້​ກຳນົດ​ໄວ້​ນັ້ນ​ໃຫ້​ສັ້ນ​ເຂົ້າ,​​ໂດຍ​ໄດ້​ຍົກ​ເລີກ​ແຜນການ​ຢ້ຽມຢາມ​ມະ​ເລ​ເຊຍ​ແລະ​ຟີ​ລິບ​ປິນ.

ຖະ​ແຫຼ​ງການ​ຂຽນ​ວ່າ, ສາ​ເຫດ​ທີ່​ທ່ານ​ໂອ​ບາ​ມາ​ຕັດ​ເວລາ​ການ​ຢ້ຽມຢາມ​ອາຊີ​ໃນ​ຄັ້ງ​ນີ້​ແມ່ນ​ຍ້ອນ​ລັດຖະບານ​ສະຫະລັດ​ໄດ້​ປິດ​ບໍລິການ. ​ເນື່ອງ​ຈາກ​ວ່າ​ພັກ​ເດ​ໂມ​ເຄຼັດ​ແລະ​ພັກ​ລີ​ພັບ​ປຼກັນ​ຂອງ​ອາ​ເມ​ລິ​ກາ​ບໍ່​ສາມາດ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງ​ໃນ​ດ້ານ​ງົບປະມານ​ສົກ​ການ​ເງິນ​ໃໝ່​ຂອງ​ລັດ​ຖະ​ບານ​ແລະ​ການ​ປະຕິບັດ​ກົດໝາຍ​ວ່າ​ດ້ວຍ​ການ​ຮັກສາ​ສຸຂະພາບ, ພາກສ່ວນ​ທີ່ບໍ່​ສຳຄັນ​ຂອງ​ລັດຖະບານ​ສະຫະລັດ​ອາ​ເມ​ລິ​ກາ​ຈິ່ງ​ປິດ​ບໍລິການ​ເລີ່​ມ​ແຕ່​ວັນ​ທີ 1 ຕຸລາ​ນີ້​ເປັນ​ຕົ້ນ​ໄປ. ທ່ານ​ໂອ​ບາ​ມາ​ຕັດ​ເວລາ​ການ​ຢ້ຽມຢາມ​ອາຊີ​,ຕົ້ນຕໍ​​​ແມ່ນ​ພິຈາລະນາ​ເຖິງ​ວຽກ​ງານ​ພາຍ​ໃນ​ປະ​ເທດ​ເພື່ອ​ສືບ​ຕໍ່​ຕິດຕາມ​ຄວາມ​ຂັດ​ແຍ້​ງລະ​ຫວ່າງ​ສອງ​ພັກ​ດັ່ງກ່າວ​ນີ້.

ສິ່ງ​ທີ່​ຄວນ​ເອັາ​ໃຈ​ໃສ່​ນັ້ນ​ແມ່ນ, ທ່ານ​ໂອ​ບາ​ມາ​ໄດ້​ຕົກລົງ​ໄປ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ບໍ່​ເປັນ​ທາງ​ການ​ຂອງ​ຜູ້ນຳ​ອົງການ​ເອ​ເປັກ​ທີ່​ຈະ​ຈັດ​ຂຶ້ນ​ຢູ່​ເກາະ​ບາ​ຫຼີຂອງ​ອິນ​ໂດ​ເນ​ເຊຍ​, ພ້ອມ​ດ້ວຍ​ກອງ​ປະຊຸມ​ສຸດ​ຍອດ​ອາ​ເມ​ລິ​ກາ-ອາ​ຊຽນ​ແລະ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ​ທີ່​ຈະ​ຈັດ​ຂຶ້ນ​ຢູ່​ບຣູ​ໄນຕາມ​ທີ່​ກຳນົດ​ໄວ້​ໃນ​ແຜນການ​ຢ້ຽມຢາມຂອງ​ທ່ານ. ນີ້​ແມ່ນຍ້ອນ​ວ່າ​ທ່ານ​ໂອບາມາ​ໃຫ້​ຄວາມສຳຄັນ​ຕໍ່​ຍຸດທະຍາດ​ການ​ຕ່າງປະ​ເທດ​ອາຊີ​ປາຊີ​ຟິກ.ນະ​ໂ​ຍບາຍ​ການ​ຕ່າງປະ​ເທດ​ທີ່​ສຳຄັນ​ຂອງ​ລັດຖະບານ​ໂອ​ບາ​ມາ​ແມ່ນ​ຊຸກ​ຍູ້​ການ​ປະຕິບັດ​ຍຸດ​ທະ​ສາດ​ກ້ຳ​ເກິ່ງ​ຄືນ​ໃໝ່​ຢູ່​ອາຊີ​ປາຊີ​ຟິກ, ​ເພື່ອ​ສະ​ແຫວ​ງຫາ​ຜົນ​ປະ​ໂຫຍ​ດດ້ານ​ເສດຖະກິດ​ແລະ​ດ້ານການ​ທະຫານ​ຂອງ​ອາ​ເມ​ລິ​ກາ​ຢູ່​ໃນ​ພາກ​ພື້ນ​ແຫ່ງ​ນີ້.