ຈີນ​ຫວັງ​ໃຫ້ກອງ​ປະຊຸມ​ສຸດ​ຍອດ​ເອ​ເປັກຈົ່ງ​ບຸນ​ລຸ​ສາມ​ເປົ້າ​ຫມາຍ

(GMT+08:00) 2013-10-03 14:06:26     cri

 ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ອິນ​ໂດນ​ເຊຍ​ແລະ​ມາ​ເລ​ເຊຍ, ທ່ານສີຈິ້ນ​ຜິ​ງ, ປະທານ​ປະ​ເທດ​ຈີນ​ກ່າວ​ວ່າ, ຈີນ​ຫວັງວ່າ​ກອງ​ປະຊຸມ​ສຸດ​ຍອດ ​ເອ​ເປັກ​ຄັ້ງ​ທີ 21 ທີ່​ໄຂ​ຂຶ້ນ​ຢູ່​ເກາະ​ບາ​ຫລີ​ຂອງ​ອິນ​ໂດ​ເນ​ເຊຍ​​​ໃນ​ວັນ​ທີ 7-8 ຕຸລາ​ນີ້​ຈົ່ງ​ບັນລຸ​ 3 ​ເປົ້າ​ມາຍ​ໂດຍ​ຖື​ການ​ຊຸກ​ຍູ້ອາຊີ​ປາ​ຊິກ​ຟິກ​ເສີມ​ຂະຫຍາຍ​ບົດບາດນຳ​ພາ​ໃນ​ການຟື້ນ​ຕົວເສດຖະກິດ​ໂລກ,​ເຊິ່ງ 3 ​ເປົ້າ​ຫມາຍ​ນີ້​ຄື: ຫນຶ່ງ​ ເຮັດ​ໃຫ້​ປະຊາ​ຄົມ​ໂລກ​ມີ​ຄວາມ​ຫມັ້ນ​ໃຈ​ຕໍ່​ການ​ພັດທະນາ​ຂອງ​ອາຊີປາຊີ​ຟິກຢ່າງ​ຫມັ້ນ​ຫນຽວ; ສອງ​ ​ເສີມ​ຂະຫຍາຍ​ບົດບາດນຳ​ພາ​ແລະ​ປະສານ​ງານ​ຂອງ​ອົງການ​ເອ​ເປັກ, ຍົກ​ຖານະ​ຂອງ​ອົງການ​​ເອ​ເປັກໃຫ້​ສູງ​ຂຶ້ນ; ສາມ​  ​ຊຸກ​ຍູ້ກອງ​ປະຊຸມ​ໃຫ້​ໄດ້​ຮັບ​ຫມາກຜົນອັນ​ຕັ້ງຫນ້າ​ແລະ​ຕົວ​ຈິງ​ໃນ​ດ້ານ ສະຫນັບ​ສະ​ຫນູນ​​ໂຄງ​ປະກອບການ​ຄ້າ​ຫລາຍ​ຝ່າຍ, ປະສານງານ​ການຈັດ​ວາງ​ການ​ຄ້າພາກ​ພື້ນຢ່າງ​ເສີ​ລີ,ຊຸກ​ຍູ້ການ​ເຊື່ອມ​ຈອດ​ກັນ ແລະ​ການ​ສ້າງສາ​ພື້ນຖານ​ໂຄງ​ລ່າງ​ໃນ​ທົ່ວ​ພາກ​ພື້ນ​ອາຊີ​ປາ​ຊິກ​ຟິກ​.