ທ່ານ​ສີ​ຈິ້ນ​ຜີ​ງ​ເດີນທາງ​ໄປ​​ເຖິງ​ກົວ​ລາ​ລຳ​ເປີເລີ່​ມຢ້ຽມຢາມ​ມາ​ເລ​ເຊຍ​ທາງ​ລັດຖະກິດ

(GMT+08:00) 2013-10-04 13:53:13     cri

ຕອນ​ຄຳ​ວັນ​ທີ 3 ຕຸລາ​ນີ້ພາຍຫຼັງ​ສິ້ນ​ສຸດ​ການ​ຢ້ຽມຢາມ​ອິນ​ໂດ​ເນ​ເຊຍ​ທາງ​ລັດຖະກິດ​ແລ້ວ, ທ່ານ​ສີ​ຈິ້ນ​ຜີ​ງ, ປະທານ​ປະ​ເທດ​ຈີນ​ໄດ້​ເດີນທາງ​ໄປ​​ເຖິງນະຄອນຫຼວງ​ກົວ​ລາ​ລຳ​ເປີ, ​ເລີ່ມຢ້ຽມ ຢາມມາ​ເລ​ເຊຍ​ທາງ​ລັດຖະກິດ.

ທ່ານ​ສີ​ຈິ້ນ​ຜີ​ງກ່າວ​ວ່າ, ຈີນ​ແລະ​ມາ​ເລ​ເຊຍ​ລ້ວນ​ແຕ່​ແມ່ນ​ປະ​ເທດ​ສຳຄັນ​ໃນ​ພາກ​ພື້ນ​ນີ້, ມີ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ​ຢ່າງ​ກວ້າງ​ຂວາງ, ລົງ​ເລິກ​ການ​ຮ່ວມ​ມື​ທີ່​ມີ​ລັກສະນະ​ຍຸດ​ທະ​ສາດ​ລະຫວ່າງ​ຈີນ​ກັບ​ມາ​ເລ​ເຊຍ​ແມ່ນຖືກ​ກັບ​ຄວາມ​ມຸ່ງ​ຫວັງ​ປາຖະ​ໜາ​ຂອງ​ປະຊາຊົນ​ສອງ​ປະ​ເທດ​ແລະ​ເປັນ​ທາງ​ອ່ຽງທີ່​ຕ້ອງ​ເປັນ​ໄປ. ຂ້າພະ​ເຈົ້າ​ຄອງ​ຄອຍ​ການພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ ອັບ​ດູ​ລາ ຮາ​ລິ​ມ ມຸອັດຊາມ ຊາ, ປະມຸກ​ລັດ​ສູງ​ສຸດ​​ແລະ​ທ່ານ​ນາ​ຈິບ ດຸນ ຣະຊັກ, ນາຍົກລັດຖະມົນຕີມາ​ເລ​ເຊຍ, ​ເຂົ້າ​ຮ່ວມ​ເວທີ​ປຶກສາ​ຫາລື​ສຸດ​ຍອດ​ການ​ຮ່ວມ​ມື​ເສດຖະກິດ​ລະຫວ່າງ​ຈີນ​ກັບ​ມາ​ເລ​ເຊຍ, ​ແລະ​ພົບ​ປະ​ກັບ​ບຸກຄົນຜູ້​ມີ​ໄມຕີ​ຈິດ​ຂອງ​ວົງ​ການ​ຕ່າງໆ​ຢ່າງ​ກວ້າງຂວາງ, ສົ່ງ​ເສີມມິດຕະພາບ​ທີ່​ມີ​ມູນ​ເຊື້ອ, ຍົກ​ສູງ​ລະດັບ​ການ​ຮ່ວມ​ມື, ຊຸກຍູ້​ການ​ຮ່ວມ​ມື​ທີ່​ມີ​ລັກສະນະ​ຍຸດ​ທະ​ສາດ​ລະຫວ່າງ​ຈີນ​ກັບ​ມາ​ເລ​ເຊຍ​ໃຫ້​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ໃໝ່.

ຫຼັງ​ຈາກ​ສິ້ນ​ສຸດ​ການ​ຢ້ຽມຢາມ​ມາ​ເລ​ເຊຍ​ແລ້ວ, ທ່ານ​ສີ​ຈິ້ນ​ຜີ​ງຍັງ​ຈະ​ເດີນທາງ​ໄປ​ເກາະ​ບາ​ຫຼີຂອງ​ອິນ​ໂດ​ເນ​ເຊຍ​ເພື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມ​​ບໍ່​ເປັນ​ທາງ​ການ​ຜູ້ນຳ​ອົງການ​ຮ່ວມ​ມື​ເສດຖະກິດ​ອາຊີ​ປາຊີ​ຟິກຫຼື​ເອ​ເປັກ​ຄັ້ງ​ທີ 21.