ທ່ານ​ສີ​ຈິ້ນ​ຜີ​ງ​ເຈລະຈາ​ກັບ​ທ່ານ​ນາ​ຈິບ

(GMT+08:00) 2013-10-04 17:17:16     cri
ວັນ​ທີ 4 ຕຸລາ​ນີ້, ທ່ານ​ສີ​ຈິ້ນ​ຜີ​ງ, ປະທານ​ປະ​ເທດ​ຈີນ​ໄດ້​​ເຈລະຈາ​ກັບ​ທ່ານ​ນາ​ຈິບ ດຸນ ຣະຊັກ, ນາຍົກລັດຖະມົນຕີມາ​ເລ​ເຊຍ​ຢູ່​ສຳນັກງານ​ນາຍົກລັດຖະມົນຕີມາ​ເລ​ເຊຍ, ສອງ​ຝ່າຍ​ໄດ້​ແລກປ່ຽນ​ຄວາມ​ເຫັນ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ມາ​ເລ​ເຊຍ, ຊຸກຍູ້​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ​ໃຫ້ຂະຫຍາຍຕົວ​ຕື່ມ​ອີກ​ແລະ​ບັນຫາ​ພາກ​ພື້ນ​ແລະ​ສາກົນ​ທີ່ສຳຄັນ​ອື່ນໆ.

ກ່ອນ​ຈັດກາ​ນ​ເຈລະຈາ, ທ່ານ​ອັບ​ດູລາ ຮາ​ລິ​ມ ມຸອັດ​ຊາມ ຊາ, ປະມຸກ​ລັດ​ສູງ​ສຸດ​ຂອງ​ມາ​ເລ​ເຊຍ​ໄດ້​ຈັດ​ພິທີ​ຢູ່​ສະໜາມ​ຫຼວງລັດຖະສະພາຢ່າງ​ຄຶກຄື້ນ, ​ເພື່ອ​ຕ້ອນຮັບ​ປະທານ​ສີ​ຈິ້ນ​ຜີງຢ້ຽມຢາມ​ມາ​ເລ​ເຊຍ​ທາງລັດຖະກິດ. ຕາມ​ຂ່າວ​ແຈ້ງວ່າ, ພາຍຫຼັງ​ການ​ເຈລະຈາ​ສິ້ນ​ສຸດ​ລົງ, ທ່ານ​ສີ​ຈິ້ນ​ຜີ​ງ​ແລະ​ທ່ານ​ນາ​ຈິບ​ຈະ​ເປັນ​ສັກ​ຊີພິຍານ​ຂອງ​ພິທີ​ລົງ​ນາມ​ໃນ​ເອກ​ກະສາ​ນຮ່ວມ​ມື​ສອງ​ຝ່າຍ​ສະບັບຕ່າງໆ​ຂອງ​ພາກສ່ວນ​ທີ່​ກ່ຽວຂ້ອງ​ຂອງ​ສອງ​ປະ​ເທດ, ​ແລ້ວ​ຮ່ວມ​ກັນ​ເຂົ້າ​ຮ່ວມ​ງານ​ຖະ​ແຫຼ​ງຂ່າວ.

ມາ​ເລ​ເຊຍ​ແມ່ນ​ປະ​ເທດ​ທີ​ສອງ​ຂອງ​ການ​ຢ້ຽມຢາມ​ອາຊີ​ຕາ​ເວັນ​ອອກສຽງ​​ໃຕ້​ຂອງ​ທ່ານ​ສີ​ຈິ້ນ​ຜີ​ງ​ໃນ​ຄັ້ງ​ນີ້. ຫຼັງ​ຈາກ​ນັ້ນ, ທ່ານ​ຈະ​ເດີນທາງ​​ໄປ​ເກາະ​ບາ​ຫຼີຂອງ​ອິນ​ໂດ​ເນ​ເຊຍ​ເພື່ອ​ເຂົ້າຮ່ວມ​ກອງ​ປະຊຸມ​​ບໍ່​ເປັນ​ທາງ​ການ​ຜູ້ນຳ​ອົງການ​ຮ່ວມ​ມື​ເສດຖະກິດ​ອາຊີ​ປາຊີ​ຟິກຫຼື​ເອ​ເປັກ​ຄັ້ງ​ທີ 21.