ເຈົ້າ​ໜ້າ​ທີ່​ສໍາຄັນ​ຂອງ​ລັດຖະບານ​ອິນ​ໂດ​ເນ​ເຊຍ​ຕີ​ລາຄາ​ສູງ​ຕໍ່​ການ​ກ່າວ​ປາຖະກະ​ຖາ​ຢູ່​ສະພາ​ແຫ່ງ​ຊາດ​ອິນ​ໂດ​ເນ​ເຊຍ​ຂອງທ່ານ​ປະທານ​ສີ​ຈິ້ນ​ຜິ​ງ​ແລະ​ການ​ຮ່ວມ​ມື​ລະຫວ່າງ​ຈີນກັບອິນ​ໂດ​ເນ​ເຊຍ​ ​

(GMT+08:00) 2013-10-04 16:17:13     cri

​ວັນ​ທີ 2 ຫາ ວັນ​ທີ 3 ຕຸລາ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ​, ປະທານ​ປະ​ເທດ​ຈີນ​ໄດ້​ເດີນທາງ​​ໄປ​ຢ້ຽມຢາມ​ອິນ​ໂດ​ເນ​ເຊຍ​ທາງ​ລັດ​ຖະກິດ. ​ໃນ​ໄລຍະ​ຢ້ຽມຢາມ​ອິນ​ໂດ​ເນ​ເຊຍ​, ທ່ານປະທານ​ສີ​ຈິ້ນ​ຜິ​ງ​​ໄດ້​ຈັດການ​​ເຈລະຈາ​ກັບ​ທ່ານ​ຊູຊີໂລ ບໍ​າບັງ ຢຸດ​​ໂຮ​ໂຢ​ໂນ, ປະທານາທິບໍດີອິນ​ໂດ​ເນ​ເຊຍຢູ່​ນະຄອນຫລວງ​ຈາ​ກາກ​ຕາ, ສອງຝ່າ​ຍ​ໄດ້​ຕົກລົງ​ຮ່ວມ​ກັນຈະ​ຍົກ​ລະດັບ​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ອິນ​ໂດເນ​ເຊຍ​​ເປັນ​ການ​ພົວພັນຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ, ທ່ານປະທານ​ສີ​ຈິ້ນຜິ​ງຍັງ​ໄດ້ກ່າວ​ປາຖະກະ​ຖາ​ຢູ່​ສະພາ​ແຫ່ງ​ຊາດ​ອິນ​ໂດ​ເນ​ເຊຍ. ເຈົ້າ​ໜ້າ​ທີ່​ສໍາຄັນ​ຂອງ​ລັດຖະບານ​ອິນ​ໂດ​ເນ​ເຊຍ​ໄດ້​ຕີ​ລາຄາ​ສູງ​ຕໍ່​​ເລື່ອງ​ນີ້.

​ໃນ​​ເວລາ​​ໃຫ້​ສໍາພາດ​ຕໍ່​ນັກ​ຂ່າວ cri, ທ່ານ​ມາຕີ ​ເອັມ. ນາ​ຕາ​ເລ​ກາ​ວາ, ລັດຖະ​ມົນຕີ​ວ່າການ​ກະຊວງ​ການ​ຕ່າງ​ປະ​ເທດອິນ​ໂດ​ເນ​ເຊຍກ່າວ​ວ່າ, ພາຍ​ຫລັງກາ​ນພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໄດ້ຮັບ​ການ​ຍົກ​ລະດັບເປັນການ​ພົວພັນຄູ່​ຮ່ວມ​ມື​ຍຸດ​ທະ​ສາດຮອບດ້ານ, ອະນາຄົດ​ຂອງການຮ່ວມ​ມື​ແມ່ນ​ດີ​ທີ່​ສຸດ. ທ່ານ​ກ່າວ​ຕື່ມ​ວ່າ, ການ​ຢ້ຽມຢາມອິນ​ໂດເນ​ເຊຍ​​ຂອງ​ທ່ານປະທານ​ສີ​ຈິ້ນ​ຜິ​ງ​ແລະ​ຍົກ​ລະດັບກາ​ນພົວພັນ​ລະຫວ່າງ​ສອງ​ປະ​ເທດເປັນການ​ພົວພັນຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ, ບໍ່ພຽງ​ແຕ່​​ແມ່ນຄວາມ​ຄືບ​ໜ້າ​ສໍາຄັນ​ໃນ​ລະດັບ​ການ​ຮ່ວມ​ມື​ສອງ​ຝ່າຍ​ລະຫວ່າງ​ສອງ​ປະ​ເທດ​ເທົ່າ​ນັ້ນ, ຍັງ​ມີ​ຄວາມ​ສໍາຄັນ​ຫລາຍຕໍ່​ສັນຕິພາບ, ສະຖຽນລະ​ພາບ, ​ແລະ​ຄວາມ​ຈະ​ເລີ​ນ​ເຂັ້ມ​ແຂງ​ຂອງ​ພາກ​ພື້ນ​ອາຊີ​ປາຊີ​ຟິກອີກ.

ທ່ານ​ມາ​ຊູ​ກີ ອາ​ເລ, ປະທານ​ສະພາ​ແຫ່ງ​ຊາດອິນ​ໂດ​ເນ​ເຊຍກ່າວ​ວ່າ, ​ໃນ​ຊຸມ​ປີ​ມໍ່ໆມາ​ນີ້,  ອິນ​ໂດ​ເນ​ເຊຍ​ແລະ​ຈີນ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ທີ່​ມີ​ລັກສະນະ​ສ້າງສັນ​ໃນ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ, ພວກ​ຂ້າພະ​ເຈົ້າ​ຈະ​ສືບຕໍ່ສະໜັບສະໜູນ​ສອງ​ຝ່າຍ​ຍົກ​ສູງລະດັບການ​ຮ່ວມ​ມື ​ແລະ​ເປີດ​ກວ້າງ​ຂົງ​ເຂດ​ກາ​ນຮ່ວມ​ມື ​ໂດຍ​ສະ​ເພາະ​ແມ່ນ​ຂົງ​ເຂດ​ໃໝ່​ທີ່​ມີ​ກໍາລັງ​ບົ່ມ​ຊ້ອມ​ຂອງ​ການ​ພັດທະນາ ​ແລະ​ມີ​ຜົນ​ດີ​ຕໍ່​ສອງ​ປະ​ເທດ​.