ເວທີ​ປຶ​ກສາ​ຫາລື​​ເສດຖະກິດ​ຄົນ​ເຊື້​ອສາຍ​ຈີນ​ໃນທົ່ວ​ໂລກຄັ້ງ​ທີ 5 ​​ໄຂ​ຂຶ້ນ​ຢູ່​ນະຄອນ​ຫລວງ​ກົວ​ລາ​ລໍາ​ເປີ

(GMT+08:00) 2013-10-04 16:22:07     cri

​ວັນ​ທີ 3 ຕຸລາ​ນີ້, ເວທີ​ປຶ​ກສາ​ຫາລື​​ເສດຖະກິດ​ຄົນ​ເຊື້​ອສາຍ​ຈີນ​ໃນທົ່ວ​ໂລກຄັ້ງ​ທີ 5 ທີ່​ຈັດ​ໂດຍ​ສະ​ຖາ​ບັນ​ຄົ້ນຄວ້າຍຸດໂທບາຍແລະການນໍາພາ ອາຊີ ຂອງມາເລເຊຍໄດ້​​ໄຂ​ຂຶ້ນ​ຢູ່​ນະຄອນ​ຫລວງ​ກົວ​ລາ​ລໍາ​ເປີ ເຊິ່ງມີຊ່ຽວຊານ ນັກວິຊາການ 500 ກວ່າທ່ານທີ່ມາຈາກ 25ປະເທດແລະ ພາກພື້ນເຂົ້າຮ່ວມແລະປືກສາຫາລືຢ່າງກວ້າງຂວາງກ່ຽວກັບຫົວຂໍ້ຕ່າງໆ ເຊັ່ນອິດທິພົນຂອງຈີນຕໍ່ການພັດທະນາ ຂອງເສດຖະກິດອາຊີ ແລະທົ່ວໂລກ ແລະຫົວຂໍ້ອື່ນໆ. ຫົວຂໍ້ຕົ້ນຕໍຂອງເວທີປຶກສາຫາລືຄັ້ງນີ້ລວມທັງການເຮັດແນວໃດຈຶ່ງຈະ​ໄດ້ຮັບຜົນປະໂຫຍດຈາກການ​ພັດທະນາ​ຂອງ​ຈີນ, ​ໂອກາດ​ຂອງ​ຂົງ​ເຂດການ​ບໍລິການ​ດ້ານ​ການ​​ເງິນ, ການ​ສຶກສາ​ແລະ​ການ​ປະດິ​ດສ້າງ, ​ໂອກາດການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ອາ​ຊຽນ ​ແລະ​ອື່ນໆ.

ໃນ​ເວລາ​ກ່າວ​ຄໍາ​ປາ​ໄສ​ໃນ​ພິທີ​​ໄຂ​​ເວທີ​ປຶກສາ​ຫາລື, ທ່ານ ດາ​ຕຸກ ​ເຊຣີ ມາ​ຮາ​ເຕຍ, ​​ອະດີດ​ນາຍົກລັດຖະມົນຕີ​ມາ​ເລ​ເຊຍ​ກ່າວ​ວ່າ, ເວທີ​ປຶ​ກສາ​ຫາລື​​ເສດຖະກິດ​ຄົນເຊື້​ອສາຍ​ຈີນ​ໃນທົ່ວໂລກ​ເປັນ​ໂອກາ​ດດີ​ທີ່​​ເຊື່ອມ​ຕໍ່ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ​ກັບຝ່າຍ​ຕາ​ເວັນອອກ ​ແລະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ແລະ​ການ​ແລກປ່ຽນກັນ. ພວກ​​ເຮົາ​ຄວນຖະໜຸ​ຖະໜອມ​ລະບຽບສາກົນ​ທີ່​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ໃນ​ປັດ​ຈຸ​ບັນ ​ແລະຮ່ວມ​ກັນ​ສ້າງຄວາມ​ຈະ​ເລີ​ນຂອງ​ເສດຖະກິດ​ໂລກ.

ທ່ານ ຊາຍ​ສີ, ​ເອອັກຄະ​ລັດຖະທູດ​ຈີນ​ປະ​ຈໍາ​ມາ​ເລ​ເຊຍ​ຫວັງ​ວ່າ, ຜູ້ຮ່ວມປະຊຸມຈະ​ສວຍ​ໂອກາດ​ເວທີ​ປຶ​ກສາ​ຫາລື​​ເສດຖະກິດ​ຄົນ​ເຊື້​ອສາຍ​ຈີນທົ່ວ​ໂລກຄັ້ງ​ນີ້​ ລົງ​ເລິກ​ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື , ເພື່ອ​ປະກອບ​ສ່ວນ​ເຂົ້າ​ໃນ​ຄວາມ​ຈະ​​ເລີ​ນຮ່ວມ​ກັນ​ຂ​ອງ​ເສດຖະກິດ​ຈີນ​ແລະ​ມາ​ເລ​ເຊຍ.